ພິທີມອບ-ຮັບສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2018 ນີ້, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ທ່ານ ຈູ ຫງອກ ແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ, ໂດຍການເຂົ້າຮ່ວມ ແລະ ເປັນກຽດຕັດແຖບຜ້າເປີດສູນອົບຮົມຢ່າງເປັນທາງການຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມແຂກຖືກເຊີນທັງຝ່າຍລາວ ແລະ ຫວຽດນາມ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຈູ ຫງອກ ແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງດັ່ງກ່າວ, ໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ເດືອນກັນຍາ 2015 ແລະ ສຳເລັດໃນເດືອນທັນວາ 2017 ລວມມູນຄ່າການກໍ່ສ້າງ ທັງໝົດ 98 ກວ່າຕື້ດົງ (ສະກຸນເງິນຫວຽດນາມ) ໃນນີ້ ງົບປະມານຊ່ວຍເຫຼືອຫຼ້າຈາກລັດຖະບານ ຫວຽດນາມ ມູນຄ່າ 89 ກວ່າຕື້ດົງ, ງົບປະມານສົມທົບຈາກລັດຖະບານລາວ ມູນຄ່າເກືອບ 9 ຕື້ດົງ. ໂຄງການດັ່ງກ່າວ, ຈະຮັບປະກັນທາງດ້ານໂຄງລ່າງຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດ, ການສິດສອນພະນັກງານຄຸ້ມຄອງວິທະນາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ, ສາມາດຮອງຮັບໄດ້ປະມານ 600-800 ເທື່ອຄົນ/ປີ, ໃນນີ້, ມີສະຖານທີ່ເຮັດວຽກໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກຄົ້ນຄວ້າໄດ້ປະມານ 70 ກວ່າຄົນ. ພາຍຫຼັງເປີດນຳໃຊ້ຈະເປັນສະຖານທີ່ໃຫ້ແກ່ການຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມພະນັກງານ ທີ່ມີລະດັບມະຫາວິທະຍາໄລ, ເໜືອມະຫາວິທະຍາໄລ ລົງເລິກຂະແໜງການກ່ຽວກັບການຄຸ້ມຄອງວິທະຍາສາດທີ່ສຳຄັນ, ຕອບສະໜອງໜ້າທີ່ ແລະ ຈຸດມຸ່ງໝາຍຂອງການພັດທະນາຂອງກະຊວງວິທະຍາສາດ-ເຕັກໂນໂລຊີ ແລະ ອື່ນໆ.

ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວ, ຖືເປັນສັນຍາລັກແຫ່ງການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ສູນຝຶກອົບຮົມນີ້ ຈະເປັນພື້ນຖານໃຫ້ແກ່ການຄົ້ນຄວ້າ ແລະ ຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ສາມາດຕອບສະໜອງຄວາມຕ້ອງການໄດ້ເທື່ອລະກ້າວ; ສະແດງຄວາມຂອບໃຈຕໍ່ລັດຖະບານ ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ໃນທຸກຂະແໜງການ ໂດຍສະເພາະຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ.

ໃນວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນ ຊັວນ ຟຸກ ພ້ອມດ້ວຍລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ສຳນັກງານໃໝ່ ຂອງບໍລິສັດລາວສະຕາໂທລະຄົມ ຫຼື ຢູນີເທວ (Unitel) ພາຍຫຼັງດຳເນີນການກໍ່ສ້າງໃນເດືອນພຶດສະພາ 2015 ດ້ວຍມູນຄ່າ 12 ລ້ານໂດລາສະຫະລັດ, ເຊິ່ງຕັ້ງຢູ່ຖະໜົນໜອງບອນ ບ້ານໂພນໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີຄວາມສູງ 11 ຊັ້ນ, ມີລັກສະນັກຄ້າຍໂລ້ໂກ້ຂອງຢູ່ນິເທວ ແລະ ເປັນອາຄານທີ່ມີເອກະລັກສະເພາະໂຕ.

ບໍລິສັດລາວ-ເອເຊຍໂທລະຄົມ ແລະ ບໍລິສັດຫວຽດເທວໂທລະຄົມ ໄດ້ເຊັນສັນຍາຮ່ວມມືສ້າງຕັ້ງເປັນບໍລິສັດລາວສະຕາໂທລະຄົມ ຫຼື ບໍລິສັດຢູນີເທວ ໃນວັນທີ 24 ພະຈິກ 2007; ຕະຫຼອດໄລຍະ 9 ປີ ຂອງການດຳເນີນທຸລະກິດ ມາຮອດປະຈຸບັນ ຢູນີເທວ ເປັນເຄືອຂ່າຍໜຶ່ງທີ່ນອນຢູ່ໃນແຖວໜ້າຂອງປະເທດລາວ ດ້ວຍຈຳນວນລູກຄ້າທັງໝົດ 2,8 ລ້ານເລກໝາຍ ສ່ວນແບ່ງການຕະຫຼາດກວມເອົາ 52% ມີລະບົບພື້ນຖານໂຄງລ່າງກວ້າງຂວາງທີ່ສຸດ ດ້ວຍຈຳນວນສູນສະຖານີຮັບສົ່ງສັນຍານ 2 ຈີ , 3 ຈີ ແລະ 4 ຈີ ມີເຖິງ 6 ພັນສູນສະຖານີ ພື້ນທີ່ສັນຍານປົກຄຸມກວມ 95% ທົ່ວປະເທດ ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປ່ຽນແປງຂອງຂະແໜງໂທລະຄົມໃນລາວ, ຈຳນວນປະຊາກອນທີ່ສາມາດເຂົ້າເຖິງການນຳໃຊ້ໂທລະສັບເພີ່ມຂຶ້ນ 5 ເທົ່າພຽງເວລາອັນສັ້ນເທົ່ານັ້ນຈາກ 18% ຂຶ້ນເຖິງ 85% ສັນບຍານໂທລະສັບໄດ້ກະຈາຍໄປທົ່ວພື້ນທີ່ພາຍໃນປະເທດ.