ປົກຄອງເມືອງໄຊເສດຖາ ຮ່ວມກັບສູນບໍລິຈາກເລືອດ ແຫ່ງຊາດ ອົງການກາແດງລາວ ຈັດກິດຈະກຳສ້າງຂະບວນການບໍລິຈາກເລືອດຊ່ອຍເຫຼືອເພື່ອສັງຄົມ ເພື່ອຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ( 20 ມັງກອນ 194-20 ມັງກອນ 2018) ແລະ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956-1 ກຸມພາ 2018 ) ໃນວັນທີ 2 ກຸມພາ 2018 ໂດຍການເຂົ້າຮ່ວມຂອງທ່ານ ບຸນປີງ ປັນຍາຈິດ ຮອງເລຂາພັກເມືອງໄຊເສດຖາ, ທ່ານ ແພງທອງ ບານຈັນທະວົງ ຮອງຫົວໜ້າສູນບໍລິຈາກເລືອດ ແຫ່ງຊາດ, ມີບັນດາຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ປກສ ເມືອງ ແລະ ພະນັກງານພາຍໃນເມືອງເຂົ້າຮ່ວມ.

ທ່ານ ບຸນປີງ ປັນຍາຈິດ ກ່າວວ່າ: ການບໍລິຈາກເລືອດໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການອີກຢ່າງໜຶ່ງ ເພື່ອຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ ແລະ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 63 ປີ ພາຍໃຕ້ຄໍາຂັວນ ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ ໃຫ້ເປັນບັນຍາກາດມ່ວນຊື່ນ ແລະ ຟັດຟື້ນ ພ້ອມທັງເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນໃນເວລາທີ່ຕ້ອງການເລືອດເພື່ອໃຊ້ໃນການປິ່ນປົວຕາມໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດໃຫ້ທັນເວລາ ແລະ ປອດໄພ. ດັ່ງນັ້ນ, ຈຶ່ງໄດ້ມີການຈັດແຜນປຸກລະດົມຂົນຂວາຍພະນັກງານພາຍໃນເມືອງຮ່ວມກັນບໍລິຈາກເລືອດແບບມີສ່ວນຮ່ວມກັບສູນບໍລິຈາກເລືອດ ແຫ່ງຊາດ ແລະ ເລືອດທີ່ໄດ້ຮັບຈາກການບໍລິຈາກ ລວມທັງໝົດ 10 ຖົງ.

ເລືອດທີ່ໄດ້ຮັບຈາກການບໍລິຈາກ 70% ແມ່ນຈະຖືກນໍາໄປໃຊ້ເພື່ອທົດແທນເລືອດທີ່ສູນເສຍໄປ ເຊັ່ນ: ການເກີດອຸບັດຕິເຫດ, ການຜ່າຕັດ, ການເກີດລູດທີ່ຜິດປົກກະຕິ ແລະ ອີກ 30% ແມ່ນນໍາໄປໃຊ້ເຂົ້າໃນການປິ່ນປົວພະຍາດຂາດເລືອດຊໍາເຮື້ອ, ພະຍາດເມັດເລືອດນ້ອຍຕໍ່າ ແລະ ໄຂ່ຫຼັງຊຸດໂຊມ.