ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ໄດ້ຈັດພິທິມອບໂຊກລາງວັນສາຍຄໍຄຳໜັກ 2 ບາດ ໃຫ້ແຟນລາຍການຜູ້ທີ່ຟັງ CRI ໃນຄື້ນ FM 93.0 MHZ ທີ່ໂຊກດີຈາກກິດຈະກຳ “ຮູ້ຮອບໂລກຊິງໂຊກ 3 ຊັ້ນ ປີ 2017” ໃນວັນທີ 1 ກຸມພາ 2018 ມອບລາງວັນໂດຍທ່ານ ນາງ ສຸດທິດາ ຫົວໜ້າວິທະຍຸສາກົນ ແຫ່ງປະເທດຈີນ ປະຈຳລາວ ມີບັນດາຜູ້ສະໜັບສະໜູນລາງວັນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຜູ້ໂຊກດີ ພ້ອມທັງສື່ມວນຊົນເຂົ້າຮ່ວມ.

ທ່ານ ນາງ ສຸດທິດາ ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ເພື່ອເປັນການສ້າງຄວາມຮູ້ໃຫ້ແກ່ທ່ານຜູ້ຟັງ ແລະ ຕອບແທນນໍ້າໃຈໃຫ້ຜູ້ຟັງທີ່ໄດ້ຕິດຕາມຮັບຟັງຄື້ນ CRI FM 93.0 MHZ ມາໂດຍຕະຫຼອດ. ນອກຈາກການຟັງໄດ້ຄວາມຮູ້, ໄດ້ຄວາມເບີກບານມ່ວນຊື່ນແລ້ວ ຍັງໄດ້ຮັບລາງວັນຈາກການຟັງນໍາອີກ ແລະ ເພື່ອເປັນການສ້າງຄວາມສະໜິດສະໜົມກັບຜູ້ຟັງ ພ້ອມຍັງເປັນການດຶງດູດຜູ້ຟັງໃຫ້ເຂົ້າມາຕິດຕາມຮັບຟັງຄື້ນໃຫ້ຫຼາຍຂຶ້ນ.

ສຳລັບກິດຈະກຳ “ຮູ້ຮອບໂລກຊິງໂຊກ 3 ຊັ້ນ” ຈັດຂຶ້ນທັງໝົດ 4 ຄັ້ງ ຄື: ໃນປີ 2012, 2013, 2016 ແລະ 2017. ສໍາລັບກິດຈະກໍາໃນປີ 2017 ຜ່ານມາ, CRI ໄດ້ຮັບຂໍ້ຄວາມສັ້ນທີ່ສົ່ງເຂົ້າມາຜ່ານ 3 ເຄື່ອຂ່າຍໂທລະສັບ ເພື່ອຕອບຄຳຖາມຊີງລາງວັນທັງໝົດ ມີ 76.713 ຂໍ້ຄວາມ ເຊິ່ງມີທັງໝົດ 11 ລາງວັນ ຄື: ລາງວັນທີ 1 ສາຍຄໍຄໍາໜັກ 2 ບາດ ແມ່ນທ່ານ ບຸນຫຼາຍ ຫວັງປະເສີດ, ລາງວັນທີ 2 ໂທລະສັບຫົວເຫວີຍ Nova 21 ແມ່ນ ທ່ານ ຄຳສະຫວັນ ສີກຸນນະວົງ ແລະ ທ່ານ ພອນສະຫວັນ ຈັນນິຍະວົງ, ລາງວັນທີ 3 ໝໍ້ຫຸງເຂົ້າໄຟຟ້າ ແລະ ເຕົາລີດ ແມ່ນ ທ່ານ ຈັນທາວ ໄຊສະຫວັນ, ທ່ານ ລ້ອງເລົ່າ ແລະ ທ່ານ ສອນໄຊ ສີວົງທອງ ແລະ ລາງວັນທີ 4 ໄດ້ຮັບກ່ອງຮັບສັນຍານໂທລະພາບຂອງບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ມີ 5 ລາງວັນ.

ພິດເສດໃນປີ 2018 ນີ້, CRI ຍັງຈະສືບຕໍ່ກິດຈະກໍາດັ່ງກ່າວຕໍ່ໄປອີກ ກະຕິກາການເຂົ້າຮ່ວມກິດຈະກຳແມ່ນພຽງແຕ່ຟັງວິທະຍຸ CRI ຜູ້ຟັງສາມາດເຂົ້າຮ່ວມກິດຈະກໍາໄດ້ ໂດຍການສົ່ງຂໍ້ຄວາມສັ້ນເຂົ້າມາຕອບຄຳຖາມຜ່ານລະບົບຂໍ້ຄວາມສັ້ນ 3 ເຄື່ອຂ່າຍຄື: 2930, 5930 ແລະ 7930 ໃຊ້ເບີຫຼັກໃດກໍ່ສາມາດສົ່ງຄຳຕອບເຂົ້າທີ່ໝາຍເລກດັ່ງກ່າວ ເພື່ອລຸ້ນຮັບໂຊກໃຫຍ່ໃນທ້າຍປີ 2018 ນີ້.