ໃນວັນທີ 6 ກຸມພາ ນີ້, ກອງທັບລັດເຊຍ ໄດ້ສົ່ງທະຫານປະມານ 100 ຄົນ ລົງໄປພື້ນທີ່ໃນນະຄອນຫຼວງມົດສະກູ ຂອງລັດເຊຍ  ເພື່ອກວາດມ້ຽນຫິມະ ແລະ ໃຫ້ຄວາມຊ່ວຍເຫຼືອປະຊາຊົນໃນເມືອງຫຼວງ, ເຊິ່ງກຳລັງປະເຊີນກັບຫິມະ ທີ່ຕົກລົງມາຢ່າງຮ້າຍແຮງທີ່ສຸດໃນຮອບ 100 ປີ.

ທ່ານ ເຊີເກ ຊອບຍານີ ຜູ້ວ່າການນະຄອນຫຼວງມົດສະກູ ປະເທດລັດເຊຍ ກ່າວວ່າ: ປະລິມານຫິມະທີ່ຕົກລົງມາ ສະສົມໃນເມືອງຫຼວງຂອງລັດເຊຍ ຕັ້ງແຕ່ວັນທີ 4 ກຸມພາ ຜ່ານມາ ທີ່ 45 ຊັງຕີແມັດ, ເຊິ່ງຫຼາຍກວ່າປະລິມານ ຫິມະຕົກສະເລ່ຍຕະຫຼອດ ເດືອນປະມານ 20%. ຂະນະທີ່ສຳນັກງານ ອຸຕຸນິຍົມວິທະຍາແຫ່ງຊາດ ຄາດຄະເນປະລິ ມານຫິມະຕົກລົງມາສະສົມເພີ່ມຂຶ້ນອີກ 20 ຊັງຕີແມັດ ສະເພາະໃນນະຄອນຫຼວງມົດສະກູ ແລະ ອຸນຫະພູມຫຼຸດລົງ ຕ່ຳ -17 ອົງສາເຊ. ດັ່ງນັ້ນ, ກອງທັບລັດເຊຍ ຈຶ່ງ ໄດ້ສົ່ງທະຫານປະມານ 100 ຄົນ ລົງໄປພື້ນທີ່ໃນນະຄອນຫຼວງ ມົດສະກູ ເພື່ອເກັບກວາດມ້ຽນຫິມະ ແລະ ໃຫ້ຄວາມຊ່ວຍເຫຼືອທີ່ຈຳເປັນແກ່ປະຊາຊົນ.