ຂ່າວຕ່າງປະເທດລາຍງານໃນວັນທີ 6 ກຸມພາ ທີ່ຜ່ານມາວ່າ: ດັດສະນີຮຸ້ນອຸດສາຫະກຳດາວໂຈນສ໌ຂອງສະຫະລັດ ອາເມລິກາ ຫຼຸດລົງຫຼາຍກວ່າ 1.100 ຈຸດ ຢ່າງຕໍ່ເນື່ອງຈາກການຊື້-ຂາຍ ໃນທ້າຍອາທິດຜ່ານມາ ຈົນເຮັດໃຫ້ຮຸ້ນທົ່ວ ໂລກຫຼຸດລົງ ເນື່ອງຈາກນັກລົງທຶນກັງວົນວ່າທະນາຄານກາງສະຫະລັດອາເມລິກາ ຈະຂຶ້ນດອກເບ້ຍ ເພີ່ມຫຼັງຈາກຕົວ ເລກເສດຖະກິດໃນປະເທດເຂັ້ມແຂງ.

ຕະຫຼາດຫຸ້ນສະຫະລັດອາເມລິກາ ໄດ້ປິດການຊື້-ຂາຍໃນວັນທີ 6 ກຸມພາ ທີ່ຜ່ານມາ, ດັດສະນີຮຸ້ນອຸດສາຫະກຳ ດາວໂຈນສ໌ ປິດຢູ່ທີ່ລະດັບ 24.345,75 ຈຸດ ຫຼຸດລົງເຖິງ 1.175,21 ຈຸດ ຫຼື 4,6% ເປັນການຫຼຸດລົງໃນການ ຊື້-ຂາຍໃນມື້ດຽວຫຼາຍທີ່ສຸດນັບຕັ້ງແຕ່ການຫຼຸດລົງ 777 ຈຸດ ໃນໄລຍະເກີດວິກິດເສດຖະກິດຕະຫຼາດຮຸ້ນໃນ ເດືອນກັນຍາ 2008. ຂະນະດຽວກັນ, ດັດສະນີຮຸ້ນນາສແດັກ ແລະ ເອສແອນພີ ກໍຫຼຸດລົງຫຼາຍເຖິງ 273 ຈຸດ ແລະ 113 ຈຸດ ຫຼື 3,78% ແລະ 4,10% ຕາມລຳດັບ. ການຫຼຸດລົງຂອງດັດສະນີຮຸ້ນດາວໂຈນສ໌ ເກີດຂຶ້ນຕໍ່ເນື່ອງຕັ້ງ ແຕ່ອາທິດທີ່ຜ່ານມາ ໂດຍໃນວັນທີ 2 ກຸມພາ ທີ່ຜ່ານມາ ດັດສະນີຮຸ້ນດາວໂຈນສ໌ ຫຼຸດລົງ 665.75% ຈຸດ ຫຼື 2,45% ເປັນການຫຼຸດລົງຫຼາຍທີ່ສຸດໃນຮອບ 1 ປີ. ໂດຍນັກລົງທຶນທັງຫຼາຍພາກັນຂາຍ ຮຸ້ນເພື່ອຫາກຳໄລໃນໄລ ຍະສັ້ນເນື່ອງຈາກມີຄວາມກັງວົນວ່າທະນາຄານກາງສະຫະລັດອາເມລິກາ ຫຼື ເຟດ ອາດຂຶ້ນດອກເບ້ຍເພີ່ມ ຫຼັງຈາກ ອັດຕາຜົນຕອບແທນທະນະບັດລັດທະບານສະຫະລັດອາເມລິກາ ເພີ່ມຂຶ້ນ ເນື່ອງຈາກຕົວເລກເສດຖະກິດໃນປະ ເທດເຂັ້ມແຂງ ໂດຍສະເພາະຕົວເລກການຈ້າງງານໃນພາກກະສິກຳ ໃນເດືອນມັງກອນ ທີ່ຜ່ານມາມີຈຳນວນສູງເກີນ ຄາດ.

ນອກຈາກນີ້, ຕະຫຼາດຫຸ້ນຍັງຕ້ອງເຝົ້າຕິດຕາມສະພາຜູ້ແທນປະຊາຊົນ ສະຫະລັດອາເມລິກາ ເຊິ່ງຈະລົງມະຕິຕໍ່ຮ່າງ ກົດໝາຍງົບປະມານ ໃນວັນທີ 7 ກຸມພາ ກ່ອນທີ່ງົບປະມານຊົ່ວຄາວ ສະບັບປັດຈຸບັນຈະສິ້ນສຸດລົງ ໃນວັນທີ 9 ກຸມ ພານີ້. ການຫຼຸດຂອງຕະຫຼາດຫຸ້ນສະຫະລັດອາເມລິກາ ຕັ້ງແຕ່ອາທິດທີ່ຜ່ານມາ ຍັງເຮັດໃຫ້ຕະຫຼາດຮຸ້ນນທັງໃນເອີຣົບ ແລະ ອາຊີຫຼຸດລົງເຊັ່ນກັນ; ຂະນະທີ່ຄາດວ່າ: ການຊື້-ຂາຍຕະຫຼາດຮຸ້ນແຖບອາຊີ ກໍໄດ້ຮັບຜົນກະທົບຕໍ່ເນື່ອງຈາກ ດັດສະນີຮຸ້ນ ດາວໂຈນສ໌ ທີ່ປັບລົງກວ່າ 1.100 ຈຸດ.

ສ່ວນສະຖານະການລາຄານ້ຳມັນດິບ ກໍປັບຫຼຸດລົງເຊັ່ນກັນ ໂດຍລາຄານ້ຳມັນດິບ ເວສເທກ ຊັດ ຫຼຸດລົງ 1,53 ໂດລາສະຫະລັດ ປິດທີ່ລະດັບ 63,92 ໂດລາສະຫະລັດ ຕໍ່ບາເຣວ ແລະ ລາຄານ້ຳມັນດິບ ເບນ ປິດທີ່ລະດັບ 67,46 ໂດລາ ສະຫະລັດຕໍ່ບາເຣວ ຫຼຸດລົງ 1,12 ໂດລາສະຫະລັດ.