ຂ່າວຕ່າງປະເທດລາຍງານໃນວັນທີ 6 ກຸມພາ ນີ້ວ່າ: ທ່ານ ອານິດ ບາສະເວດານ ຜູ້ວ່າການນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ເທດສະບານໄດ້ອົບພະຍົບປະຊາຊົນປະມານ 6.500 ຄົນ ໃນບາງເຂດທາງ ພາກໃຕ້ ແລະ ພາກຕາເວັນອອກຂອງນະຄອນຫຼວງຈາກາຕາ ເນື່ອງຈາກວ່າມີນ້ຳຖ້ວມກະທັນຫັນ ແລະ ລະດັບນ້ຳ ຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງ, ເຊິ່ງສາເຫດເກີດຈາກຄວາມຈຳເປັນທີ່ຕ້ອງເປີດປະຕູລະ ບາຍນ້ຳອອກຈາກອ່າງເກັບ ນ້ຳໃນເມືອງໂບກໍ ທີ່ຕັ້ງຢູ່ທາງພາກໃຕ້ຂອງນະຄອນຫຼວງ ແລະ ຮັບຮອງນ້ຳຈົນເກີນມາດຕະຖານສຸດຂີດແລ້ວ.

ລັດຖະບານ ແລະ ເທດສະບານນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ ໄດ້ ພະຍາຍາມປັບປຸງພື້ນທີ່ຕ່ຳໃນເຂດ ເມືອງຫຼວງ ເພື່ອຫຼຸດບັນຫາ ແລະ ຄວາມເສຍຫາຍຈາກການເກີດນ້ຳຖ້ວມຂັງ, ເຊິ່ງເກີດຈາກຝົນທີ່ຕົກລົງມາຕາມ ທຳມະຊາດໃນໄລຍະລະດູຝົນ ແລະ ເປັນພື້ນທີ່ຮັບຮ້ອງນ້ຳໃນເວລາທີ່ມີການ ລະບາຍນ້ຳຈາກເຂື່ອນ ຫຼື ອ່າງເກັບນ້ຳ. ຂະນະທີ່ນໍ້າຖ້ວມຮ້າຍແຮງທີ່ສຸດຢູ່ນະຄອນຫຼວງຈາກາຕາ ເກີດຂຶ້ນໃນປີ 2007 ເຮັດໃຫ້ມີຜູ້ເສຍຊີວິດ 50 ຄົນ.

ສຳນັກງານຈັດການດ້ານໄພພິບັດແຫ່ງຊາດ ອິນໂດເນເຊຍ ລາຍງານວ່າ: ເກີດເຫດດິນເຈື່ອນຢ່າງໜ້ອຍ 4 ຈຸດ ເຮັດໃຫ້ມີຜູ້ຫາຍສາບສູນແລ້ວແຕ່ຍັງບໍ່ຮູ້ຈຳນວນທີ່ແນ່ນອນ ແລະ ຄາດວ່າຝົນຍັງຈະສືບຕໍ່ຕົກລົງ ຢ່າງຕໍ່ເນື່ອງໃນ ພື້ນທີ່ອ້ອມຮອບນະຄອນຫຼວງຈາກາຕາ. ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ ຮ່ວມກັບອາສາສະໝັກກຽມ ພ້ອມຊ່ວຍເຫຼືອປະຊາຊົນທີ່ອາດຈະໄດ້ຮັບຜົນກະທົບຈາກນ້ຳຖ້ວມຄັ້ງນີ້.