ຂ່າວຕ່າງປະເທດລາຍງານວ່າ: ທ້າວ ຊາລາ ອັບເດດຊາລາມ ອາຍຸ 28 ປີ ຜູ້ຖືກສົງໄສກໍ່ເຫດໂຈມຕີໂຮງລະຄອນ ບາຕາຄລອງ ໃນນະຄອນຫຼວງປາຣີ ປະເທດຝຣັ່ງ ໃນເດືອນພະຈິກ 2014 ປະຕິ ເສດຕອບຄຳຖາມໃນການສອບ ສວນຄະດີຢູ່ນະຄອນຫຼວງ ບຣຸກເເຊນ ປະເທດແບນຊິກ ໃນວັນທີ 5 ກຸມພານີ້ ແລະ ຄະດີຍິງຕໍ່ສູ້ກັບ ເຈົ້າໜ້າທີ່ຕຳ ຫຼວດແບນຊິກ.

ໃນໄລຍະການເລີ່ມຕົ້ນພິຈາລະນາຄະດີ, ເຈົ້າໜ້າທີ່ໄດ້ຮັກສາຄວາມປອດໄພຢ່າງໜາແໜ້ນ. ທ້າວ ອັບເດດ ຊາລາມ ຖືກເຈົ້າໜ້າທີ່ສົ່ງຕົວໃນເວລາກາງຄືນຈາກຄ້າຍຄຸມຂັງ-ດັດສ້າງແຫ່ງໜຶ່ງໃນນະຄອນຫຼວງປາຣີ ໄປທີ່ປະເທດແບນ ຊິກ ດ້ວຍຂະບວນລົດຂອງເຈົ້າໜ້າທີ່ຕຳຫຼວດ.

ທ້າວ ອັບເດດ ຊາລາມ ໄດ້ປະຕິເສດໃຫ້ປາກຄຳຕໍ່ພະນັກງານສືບສວນ-ສອບສວນນັບຕັ້ງແຕ່ຖືກຈັບກຸມຕົວໃນ ເດືອນມີນາ  2015, ເຊິ່ງຜູ້ກ່ຽວມີລັກສະນະຂັດຂືນບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່ນັບແຕ່ພິຈາລະນາຄະດີດ້ວຍ ການປະຕິເສດທີ່ຈະລຸກຂຶ້ນຢືນໃນເວລາສານສັ່ງ ແລະ ກ່າວວ່າຈະບໍ່ໃຫ້ການຮ່ວມມືໃດໆທັງໝົດ.

ທ້າວ ອັບເດດ ຊາລາມ ສັນຊາດຝຣັ່ງ ແຕ່ເກີດຢູ່ໃນປະເທດແບນຊິກ ແລະ ມີເຊື້ອຊາດມາຣົກ ຖືກຂໍ້ຫາພະຍາຍາມ ຂ້າເຈົ້າໜ້າທີ່ຕຳຫຼວດ ແລະ ພົກພາອາວຸດຕ້ອງຫ້າມໃນການຕໍ່ສູ້ກັບ ເຈົ້າໜ້າທີ່ຕຳຫຼວດໃນເຂດຟໍເຣດ ໃນນະຄອນ ຫຼວງບຣຸກແຊນ ປະເທດແບນຊິກ ໃນວັນທີ 15 ມີນາ 2016.

ເຫດການໃນຄັ້ງນັ້ນ, ມີເຈົ້າໜ້າທີ່ຕຳຫຼວດໄດ້ຮັບບາດເຈັບ 3 ຄົນ ແລະ ຜູ້ກໍ່ການຮ້າຍເສຍຊີວິດ 1 ຄົນ, ສ່ວນ ທ້າວ ອັບເດດ ຊາລາມ ຖືກຈັບກຸມໄດ້ຫຼັງຈາກນັ້ນ 4 ເດືອນ; ແນວໃດກໍຕາມ, ທ້າວ ອັບ ເດດ ຊາລາມ ແລະ ທ້າວ ໂຊຟຽນ ອາຍາຣີ ອາຍຸ 24 ປີ ທີ່ຖືກຈັບ ກຸມພ້ອມກັນນັ້ນອາດຈະໄດ້ຮັບໂທດຈຳຄຸກສູງສຸດບໍ່ເກີດ 40 ປີ, ຖ້າຫາກ ວ່າຖືກຕັດສິນວ່າມີຄວາມຜິດ.