ຂ່າວຕ່າງປະເທດລາຍງານໃນວັນທີ 5 ກຸມພາ ນີ້ວ່າ: ທ້າວ ຕຣິນ ຊວນ ທັນ ອະດີດຜູ້ບໍລິຫານບໍລິສັດ ນ້ຳມັນລາຍ ໃຫຍ່ຂອງຫວຽດນາມ ຖືກສານປະຊາຊົນສູງສຸດຫວຽດນາມ ຕັດສິນຮັບໂທດຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາສໍ້ລາດ ບັງຫຼວງ, ຖືວ່າເປັນການລົງໂທດຈຳຄຸກຕະຫຼອດຊີວິດ ເປັນຄັ້ງທີ່ສອງຂອງຜູ້ກ່ຽວໃນການພິຈາລະນາຄະດີທີ່ມີການ ພົວພັນການສໍ້ລາດບັງຫຼວງໃນປະເທດຫວຽດນາມ.

ທ້າວ ຕຣິນ ເປັນຜູ້ໜຶ່ງທີ່ມີຊື່ສຽງທາງດ້ານການເມືອງ ແລະ ທາງດ້ານທຸລະກິດ, ຜູ້ກ່ຽວເປັນເປົ້າໝາຍຂອງເຈົ້າ ໜ້າທີ່ໃນການປາບປາມການສໍ້ລາດບັງຫຼວງຂອງປະເທດຫວຽດນາມ; ເຊິ່ງມີລັກສະນະ ຄ້າຍຄືການປາບປາມການ ສໍ້ລາດດບັງຫຼວງໃນປະເທດຈີນ ໂດຍອະດີດຜູ້ບໍລິຫານບໍລິສັດ ເປໂຕຣ ຫວຽດນາມ ຄອນສະຕຣັກຊັ່ນ (PVC) ຄົນນີ້ ຖືກກວດພົບວ່ ມີຄວາມຜິດໃນຂໍ້ການສໍ້ລາດບັງຫຼວງເງິນຈາກ ກອງທຶນທີ່ໃຊ້ສໍາລັບໂຄງການອະສັງຫາລິມະຊັບຂອງ ລັດຖະບານຫວຽດນາມ ຈຳນວນ 620.000 ໂດລາສະຫະລັດ.

ທ້າວ ຕຣິນ ຖືກຕັດສິນວ່າມີຄວາມຜິດ ພ້ອມກັບຜູ້ຖືກຫາອື່ນໆອີກ 7 ຄົນ ທີ່ໄດ້ຮັບໂທດເບົາກວ່າ ໃນການຕັດສິນ ຄະດີເປັນເວລາ 2 ອາທິດທີ່ສານປະຊາຊົນສູງສຸດ ໃນນະຄອນຫຼວງຮ່າໂນ້ຍ ຂອງຫວຽດນາມ. ສຳລັບຄະດີສໍ້ລາດບັງ ຫຼວງຂອງປະເທດຫວຽດນາມ ມີໂທດສູງສຸດເຖິງປະຫານຊີວິດ. ແຕ່ທ້າວ ຕຣິນ ຊວນ ທັນ ໄດ້ຮັບການຫຼຸດໂທດ ເນື່ອງຈາກວ່າ: ຜູ້ກ່ຽວໃຫ້ການຮ່ວມມືກັບສານໃນການພິຈາລະນາຄະດີ.

ສານປະຊາຊົນສູງຂອງຫວຽດນາມ ໄດ້ຕັດສິນລົງໂທດຜູ້ນຳທາງທຸລະກິດ ແລະ ການເມືອງເປັນຈຳນວນຫຼາຍຄົນ, ເຊິ່ງເປັນສ່ວນໜຶ່ງໃນການປາບປາມການສໍ້ລາດບັງຫຼວງ. ນັກສັງເກດການຫຼາຍຄົນ ກ່າວວ່າ: ການປາບປາມກການ ສໍ້ລາດບັງຫຼວງແມ່ນການຕໍ່ສູ້ປາບປາມອາຊະຍາກຳອີກກໍລະນີໜຶ່ງ.