ສະມັດຕະພາບທາງເພດແມ່ນສິ່ງທີ່ທ່ານຊາຍທັງຫຼາຍຄວນເອົາໃຈໃສ່ເປັນພິເສດ ວ່າໄປແລ້ວອາດມີຊາຍໜຸ່ມຫຼາຍຄົນກໍາລັງຕົກຢູ່ໃນສະພາວະມີອາການເມື່ອຍງ່າຍ, ຫຼັ່ງໄວ, ນໍ້າເຊື້ອບໍ່ແຂງແຮງ, ມີລູກຍາກ ແລະອື່ນໆ. ເຮົາມາເບິ່ງອາຫານ 5 ຢ່າງທີ່ຮັບປະທານແລ້ວ ຈະຊ່ວຍເຮັດໃຫ້ສະມັດຕະພາບທາງເພດຂອງຝ່າຍຊາຍເຮັດວຽກໄດ້ດີຂຶ້ນ ເປັນຕົ້ນແມ່ນເຮັດໃຫ້ນໍ້າເຊື້ອແຂງແຮງ.

ແກ່ນໝາກອຶ: ໃຜຈະຮູ້ວ່າແກ່ນໝາກອຶມີຄຸນສົມບັດຊ່ວຍເຮັດໃຫ້ການຜະລິດນໍ້າອະສຸຈິຂອງທ່ານຊາຍ ຫຼາຍຂຶ້ນ, ເນື່ອງຈາກມີສານໄຟໂຕສເຕິຣໍ ( phytosterols) ທີ່ສາມາດຫຼຸດຂະໜາດຂອງຕ່ອມລູກໝາກໃຫຍ່ ແລະ ຊ່ວຍໃນການຜະລິດຮໍໂມນຂອງເພດຊາຍ, ແກ່ນໝາກອຶເຕັມໄປດ້ວຍໄຂມັນໂອເມກ້າ 3 ຊ່ວຍເຮັດໃຫ້ການໄຫຼວຽນຂອງເລືອດໄປຫາອະໄວຍະເພດໄດ້ດີຂຶ້ນ.

ໝາກກ້ວຍ: ໝາກໄມ້ທີ່ມີຄຸນຄ່າ ແລະ ຫາຮັບປະທານໄດ້ງ່າຍຫຼາຍໃນບ້ານ ແຖມຍັງເຕັມໄປດ້ວຍແຮ່ທາດ ແລະ ສານອາຫານຕ່າງໆຫຼາຍຢ່າງ ເປັນຕົ້ນແມ່ນ ວິຕາມິນ ບີ 6, ບີ 12, ໂພແທສຊຽມ, ຟອສຟໍຣັສ, ຄາໂບໄຮເດຣດ ແລະ ຍັງມີຄຸນປະໂຫຍດຕໍ່ກັບທ່ານຊາຍ ເພາະມັນສາມາດເພີ່ມຄວາມສາມາດໃນເລື່ອງຂອງການຮ່ວມເພດ. ນອກນັ້ນ, ຍັງຊ່ວຍຜະລິດຕົວອະສຸຈິເພີ່ມຂຶ້ນໃໝ່ ແລະ ຊ່ວຍໃຫ້ນໍ້າເຊື້ອແຂງແຮງຂຶ້ນຕື່ມ.

ແກ່ນໂກຈິເບີຣີ: ສະມຸນໄພເມັດນ້ອຍໆ ຫຼາຍຄົນອາດຈະເຄີຍເຫັນ, ເຄີຍສໍາຜັດ ເພາະວ່າມັນເປັນສ່ວນປະສົມຂອງອາຫານບາງປະເພດ, ແກ່ນໂກຈິເບີຣີ ເຕັມໄປດ້ວຍວິຕາມິນເອ, ຊີ ແລະ ສານຕ້ານອະນຸມູນອິດສະລະ ແຖມຍັງມີແບຕ້າແຄໂຣທີນສູງ, ເມື່ອກິນເຂົ້າໄປແລ້ວຈະຊ່ວຍເພີ່ມຮໍໂມນເທສໂທສເຕໂຣນ ເຊິ່ງເປັນຮໍໂມນເພດທີ່ສໍາຄັນທີ່ສຸດຂອງເພດຊາຍ ເປັນຕົວກະຕຸ້ນຄວາມຕ້ອງການທາງເພດ.

ກະທຽມ: ມີປະໂຫຍດກັບຄົນເຮົາມາຢ່າງຍາວນານ ນອກຈາກນິຍົມນໍາມາປະກອບອາຫານຫຼາກຫຼາຍຊະນິດແລ້ວ ກະທຽມຍັງເຕັມໄປດ້ວຍວິຕາມິນບີ 6, ບີ 12, ຊີ, ວິຕາມິນດີ, ແຄວຊຽມ, ທາດເຫຼັກ, ແມັກນີຊຽມ, ໂພເທສຊຽມ ແລະອື່ນໆ; ພ້ອມນັ້ນ, ຍັງມີປະໂຫຍດສໍາລັບທ່ານຊາຍ ເພາະມັນສາມາດຊ່ວຍເພີ່ມຈໍານວນຂອງນໍ້າເຊື້ອ ຍ້ອນວ່າກະທຽມມີສານອາວລິຊິນ ( Allicin ) ທີ່ເປັນຕົວຊ່ວຍໃນການໄຫຼວຽນຂອງເລືອດໄປຫາອະໄວຍະວະເພດ.

ໜໍ່ໄມ້ຝຣັ່ງ: ມີຄຸນປະໂຫຍດຫຼວງຫຼາຍ ແລະ ເຕັມໄປດ້ວຍແຮ່ທາດຕ່າງໆ ເປັນຕົ້ນແມ່ນ ສັງກະສີ, ຟອສຟໍຣັສ, ໂພເທສຊຽມ, ວິຕາມິນເອ, ວິຕາມິນບີ, ວິຕາມິນບີ 1, ບີ 2, ບີ 3 ແລະ ບີ 6, ວິຕາມິນເຄ, ໂຟເລດ; ພ້ອມນັ້ນ, ຍັງມີສານກຼູຕ້າໄຣໂອນ. ໜໍ່ໄມ້ຝຣັ່ງ ມີຄຸນປະໂຫຍດຕໍ່ກັບທ່ານຊາຍຫຼາຍຢ່າງ ເປັນຕົ້ນຊ່ວຍເພີ່ມສະມັດຕະພາບທາງເພດ ເພາະວ່າ ໜໍ່ໄມ້ຝຣັ່ງ ມີວິຕາມິນຊີ ແລະ ສານກຼູຕ້າໄຣໂອນ ເຊິ່ງທັງສອງເຮັດວຽກຮ່ວມກັນ ຈຶ່ງສາມາດຊ່ວຍເພີ່ມປະລິມານ ແລະ ເພີ່ມຄວາມແຂງແຮງໃຫ້ກັບນໍ້າເຊື້ອ, ແຕ່ຂໍ້ເສຍຂອງການຮັບປະທານໜໍ່ໄມ້ຝຣັ່ງ ຄື ເມື່ອເຮົາຮັບປະທານໄປແລ້ວ ເວລາໄປຖ່າຍປັດສະວະ ອາດຈະມີກິ່ນເໝັນ ແຕ່ຖ້າຫາກປຽບທຽມຂໍ້ເສຍກັບຜັກຊະນິດອື່ນແລ້ວ ຖືວ່າເປັນຂໍ້ເສຍພຽງເລັກໜ້ອຍເທົ່ານັ້ນ.