ໃນທ້າຍອາທິດທີ່ຜ່ານມານີ້, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາສໍານວນຄະດີອາຍາ ເລກທີ 1696/ອຍກ.ນວ ລົງວັນທີ 21 ທັນວາ 2017 ໂດຍມີຈໍາເລີຍຊື່ ນາງ ດໍາ ອາຍຸ 35 ປີ ຢູ່ບ້ານໄຮ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນສະຖານຄ້າຂາຍຢາເສບຕິດ ປະເພດຢາບ້າ ຂຶ້ນມາພິຈາລະນາຕັດອິດສະຫຼະພາບ 5 ປີ ປັບໄໝ 10.000.000 ລ້ານກີບ.

ໃນສໍານວນຄະດີ ໄດ້ລະບຸຄໍາສາລະພາບຂອງຈໍາເລີຍຂັ້ນເຈົ້າໜ້າທີ່ວ່າ: ຈໍາເລີຍເລີ່ມເສບຢາເສບຕິດ ( ຢາບ້າ ) ມາແຕ່ປີ 2016 ຈົນເຖິງປັດຈຸບັນ, ມາປີ 2017 ນາງ ດໍາ ແມ່ນເລີ່ມເຄື່ອນໄຫວຄ້າຂາຍຢາເສບຕິດ ທີ່ຊື້ມາຂາຍນຳ ນາງ ພອນ ອາຍຸ 35 ປີ ຢູ່ບ້ານໄຮ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຜ່ານມາແມ່ນຊື້ມາແລ້ວຫຼາຍຄັ້ງ ຄັ້ງລະ 50 ເມັດ. ຫຼັງຈາກໄດ້ຢາບ້າມາແລ້ວກໍເອົາໄປຂາຍໃຫ້ກັບໄວລຸ້ນ, ມາວັນທີ 1 ສິງຫາ 2017 ນາງ ດໍາ ໄດ້ໄປຊື້ຢາບ້ານຳນາງ ພອນ ຈຳນວນ 50 ເມັດ ແລ້ວນາງ ດໍາ ນໍາເອົາມາເສບຈໍານວນ 2 ເມັດ ແລະ ຂາຍໃຫ້ໄວລຸ້ນທົ່ວໄປ 4 ເມັດ ຍັງເຫຼືອຢາບ້າຈໍານວນ 44 ເມັດ, ຮອດເວລາ 11:00 ໂມງຂອງວັນດຽວກັນ ນາງ ດໍາ ຖືກເຈົ້າໜ້າທີ່ຈັບຕົວພ້ອມກັບຂອງກາງຈໍານວນ 44 ເມັດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານສັງລວມຂໍ້ມູນຫຼັກຖານ ແລະ ເອກະສານທີ່ປະກອບເຂົ້າໃນສໍານວນຄະດີຢ່າງລະອຽດ ສາມາດຢັ້ງຢືນວ່າ: ການກະທໍາຂອງຈໍາເລີຍ ແມ່ນກະທໍາຜິດຕໍ່ລະບຽບກົດໝາຍ ແລະ ການກະທໍາໂດຍເຈດຕະນາ. ສະນັ້ນ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງເຫັນຄວນຕັດອິດສະຫຼະພາບ 5 ປີ ປັບໄໝ 10 ລ້ານກີບ.