ພັອ ຄຳພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້ຊີ້ນຳວຽກງານຢູ່ ປກສ ເມືອງສອງຄອນ ໃນວັນທີ 1 ກຸມພາ 2018 ໂດຍມີຄະນະກອງບັນຊາການ, ຄະນະພະແນກ ແລະ ພະນັກງານຫຼັກແຫຼ່ງ ພາຍໃນ ປກສ ເມືອງ ເຂົ້າຮ່ວມ.

ພັທ ສີເຮືອງ ອິນພິດານ ຫົວໜ້າກອງບັນຊາການ ປກສ ເມືອງສອງຄອນ ໄດ້ລາຍງານວ່າ: ໃນປີຜ່ານມາ ປກສ ເມືອງ ໄດ້ສຸມໃສແກ້ໄຂສະພາບການປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນ ແກ້ໄຂຂະດີຊິງຊັບ, ຂີ້ລັກງັດແງະ, ຄ້າຂາຍເຖື່ອນ, ມ້າງຈຸດມົ້ວສຸມ ແລະ ຄ້າຂາຍຢາເສບຕິດ, ສຶກສາເປົ້າໝາຍແຂ່ງລົດຂັບລົດໄວໃຊ້ສຽງດັງ ແລະ ນັກເລງອັນຕະພານຢ່າງຕໍ່ເນື່ອງ ຜ່ານມາມີຄະດີເກີດຂຶ້ນ 99 ເລື່ອງ ຜູ້ຖືກຫາທັງໝົດ 283 ຄົນ ຍິງ 18 ຄົນ ແກ້ໄຂໄດ້ 91 ເລື່ອງ ຄະດີລັກຊັບພົນລະເມືອງ 27 ເລື່ອງ; ເກັບກູ້ 23 ຄັນ, ປຸ້ນຊັບ ແລະ ຊິງຊັບ 4 ເລື່ອງ ຜົນເສຍຫາຍເງິນກີບ 166,000,000 ກີບ. ເງິນບາດ 2.465.000 ບາດ; ເກັບກູ້ຄືນມາໄດ້ ແລະ ສົ່ງເຈົ້າຂອງເດີມ 100 ກວ່າລ້ານກີບ; ເງິນບາດ 305.000 ບາດ, ຄະດີຢາເສບຕິດມີ 73 ເລື່ອງ; ຜູ້ຖືກຫາ 100 ຄົນ ຍິງ 15 ຄົນ; ຢຶດຂອງກາງຢາບ້າໄດ້ 53.726 ເມັດ, ຄະດີອຸບັດຕິເຫດເກີດຂຶ້ນທັງໝົດ 69 ຄັ້ງ ເສຍຊີວິດ 11 ຄົນ ຍິງ 6, ພາຫະນະເປ່ເພ 112 ຄັນ ແລະ ລາຍຄະດີອື່ນໆ.

ໂອກາດດຽວກັນຫົວໜ້າກອງບັນຊາການ ປກສ ແຂວງ ຍ້ອງຍໍຊົມເຊີຍ ປກສ ເມືອງ ທີ່ໄດ້ຕັ້ງໜ້າສຸມໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນໄດ້ສຳເລັດໜ້າທີ່ ເຊິ່ງມັນສະແດງອອກໃນການແກ້ໄຂບັນຫາປະກົດການ, ສະພາບການຕ່າງໆທີ່ເກີດຂຶ້ນເຮັດໃຫ້ເມືອງ ມີຄວາມສະຫງົບໂດຍພື້ນຖານພ້ອມນີ້ ໄດ້ເນັ້ນໃຫ້ບຸກບືນຂຶ້ນຕື່ມ ເປັນຕົ້ນເອົາໃຈໃສ່ຕິດຕາມແກ້ໄຂບັນຫາການລັກຊັບ, ຄ້າຂາຍເຖື່ອນ, ຢາເສບຕິດ, ອຸບັດຕິເຫດ, ເອົາໃຈໃສ່ວຽກງານສັນຕິບານ ໂດຍສະເພາະການຄຸ້ມຄອງຄົນຕ່າງປະເທດ, ປ້ອງກັນປະກົດການຫຍໍ້ທໍ້ພາຍໃນກຳລັງ, ວຽກງານຈະລາຈອນ ການຕັ້ງດ່ານຈຸດກວດກາຕ່າງໆໃຫ້ຖືກຕ້ອງສອດຄ່ອງ, ປັບປຸງການປະຕິບັດໜ້າທີ່ຕໍ່ປະຊາຊົນບໍ່ໃຫ້ເກີດຫາງສຽງຈາກສັງຄົມ, ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກຄະນະບັນຊາການ ເອົາໃຈໃສ່ວຽກງານການສຶກສາອົບຮົມການເມືອງແນວຄິດຢ່າງເປັນປະຈຳ ເພື່ອພ້ອມກັນເຮັດໜ້າທີ່ການເມືອງໃນໄລຍະໃໝ່ທີ່ພັກ-ລັດມອບໝາຍໃຫ້ສຳເລັດ.