ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018 ຂຶ້ນ ໃນວັນທີ 6 ກຸມພາ 2018, ເປັນກຽດເຂົ້າຮ່ວມໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໂດຍການເປັນປະທານຂອງ ພັອ ບຸນຖະໜອມ ສັກກະເສີມສຸກ ຫົວໜ້າກົມໂຄສະນາອົບຮົມ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບພາຍໃນກົມໂຄສະນາອົບຮົມ ເຂົ້າຮ່ວມ.

ພັທ ບຸນປອນ ທະວີສຸກ ຮອງຫົວໜ້າກົມໂຄສະນາອົບຮົມ ຂຶ້ນຜ່ານບົດສະຫຼຸບວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກົມພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບດ້ວຍຫຼາຍວິທີ ໂດຍນຳພາເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ລັດ, ມະຕິຄຳສັ່ງ, ມູນເຊື້ອຂອງພັກ-ຂອງຊາດ ແລະ ຂອງກຳລັງ ປກສ ໂດຍສະເພາະມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງ ປກສ ເພື່ອເຮັດໃຫ້ທຸກສະຫາຍມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງດ້ານການຈັດຕັ້ງ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ຂອງກຳລັງ ປກສ ວາງອອກຢ່າງເຂັ້ມງວດ; ຜ່ານການເຊື່ອມຊຶມເຫັນວ່າພະນັກງານ-ນັກຮົບແຕ່ລະສະຫາຍມີທັດສະນະຫຼັກໝັ້ນ, ອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ເປັນຢ່າງດີ ແລະ ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ວຽກງານວິຊາສະເພາະແຕ່ລະຂົງເຂດວຽກງານ ໂດຍສະເພາະວຽກງານໂຄສະນາ ໄດ້ເຂົ້າຮ່ວມຮັບຝັງການປາຖະກະຖາເອກະສານຕ່າງໆຂັ້ນກະຊວງ ປກສ ແລະ ກົມກອງອ້ອມຂ້າງກະຊວງ ຈຳນວນ 10 ຄັ້ງ, ເປີດເຄື່ອງສຽງຮັບໃຊ້ກອງປະຊຸມຕ່າງໆ 51 ຄັ້ງ, ຜະລິດທຸງພັກ, ທຸງຊາດ, ທຸງທິວ ໄດ້ 170 ຜືນ ແລະ ວຽກງານສິລະປະກອນ ແມ່ນໄດ້ສະແດງຮັບໃຊ້ວັນສໍາຄັນຂອງພັກ-ຂອງຊາດ ແລະ ຮັບໃຊ້ວຽກງານອື່ນໆ ລວມທັງໝົດ 180 ກວ່າຄັ້ງ, ໄປສະແດງຢູ່ຕ່າງປະເທດ 4 ຄັ້ງ ໃນນັ້ນ, ຢູ່ ສສ ຫວຽດນາມ 2 ຄັ້ງ ແລະ ໄດ້ເຂົ້າຮ່ວມເປັນກຳມະການເສັງຟ້ອນຢູ່ໂຮງຮຽນສິລະປະແຫ່ງຊາດ ແລະ ເປັນຄູສອນຟ້ອນ, ຮອງເພັງ ແລະ ຂັບລຳຢູ່ ວປສ ແຫ່ງຊາດ ລວມມີ 20 ຄັ້ງ.

ໃນປີ 2018 ນີ້, ຄະນະພັກ-ຄະນະກົມໂຄສະນາອົບຮົມຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານ-ນັກຮົບພາຍໃນກົມຢ່າງເນື່ອງນິດລຽນຕິດ ເປັນຕົ້ນແມ່ນນຳພາເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆຂອງພັກ-ລັດ ແລະ ຂອງກຳລັງ ປກສ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ມີຄວາມຫ້າວຫັນຕໍ່ການປະຕິບັດວຽກງານວິຊາສະເພາະແຕ່ລະຂົງເຂດວຽກງານ ໂດຍສະເພາະວຽກງານໂຄສະນາຈະສືບຕໍ່ປະສານສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສູນກາງພັກ ແລະ ຫ້ອງວ່າການລັດຖະບານ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ຄະນະພັກກະຊວງ, ກົມກອງອ້ອມຂ້າງ, ບັນດາ ປກສ ແຂວງທົ່ວປະເທດ ແລະ ພາກສ່ວນທີ່ກຽວຂ້ອງ ໄດ້ເຮັດວຽກງານໂຄສະນາ-ປາຖະກະຖາໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້ໃນກຳລັງ ປກສ ແລະ ສືບຕໍ່ຈັດຕັ້ງ, ໂຄສະນາເຜີຍແຜ່, ເຊື່ອມຊຶມ ແລະ ກຳແໜ້ນບັນດາແນວທາງນະໂຍບາຍ, ມະຕິຄຳສັ່ງ, ແຈ້ງການ ແລະ ຂໍ້ກຳນົດລະບຽບກົດໝາຍ, ລັດຖະທຳມະນູນຂອງລັດ ເພື່ອເຮັດໃຫ້ພະນັກງານມີຄວາມໜັກແໜ້ນ, ເຂັ້ມແຂງ ແລ້ວນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນຢ່າງມີປະສິດທິຜົນ ແລະ ຈະສືບຕໍ່ນຳພາຝຶກຊ້ອມສະແດງຮັບໃຊ້ກອງປະຊຸມ ແລະ ວັນສຳຄັນຕ່າງໆຂອງພັກ-ຂອງຊາດຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ; ສືບຕໍ່ຄົ້ນຄວ້າປະດິດຄິດແຕ່ງບົດເພັງ, ບົດຟ້ອງ ແລະ ຂັບລຳຕ່າງໆໃຫ້ມີອັນໃໝ່ຫຼາຍສີສັນ ເພື່ອສະແດງຮັບໃຊ້ງານສຳຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ.