ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ( 20 ມັງກອນ 1949-20 ມັງກອນ 2018 ) ໃນວັນທີ 6 ມັງກອນ 2018 ໂດຍການປາຖະກະຖາຂອງ ພັອ ຄໍາເກື່ອງ ພິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຮອງກອງບັນຊາການ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງກອງພັນ, ກອງຮ້ອຍ, ໝວດ-ໝູ່, ພະນັກງານ-ນັກຮົບ ອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພັອ ຄໍາເກື່ອງ ພິວວັນນາ ເວົ້າວ່າ: ວັນທີ 20 ມັງກອນ 2018 ແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ທີ່ໝູນວຽນມາບັນຈົບຄົບຮອບ 69 ປີ, ກອງທັບປະຊາຊົນລາວ ແມ່ນເລີ່ມມາຈາກກອງກໍາລັງປະກອບອາວຸດ ຂອງປະຊາຊົນລາວບັນດາເຜົ່າ ທີ່ຕໍ່ສູ້ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນໍາເອົາເອກະລາດ ອໍານາດອະທິປະໄຕ ມາໃຫ້ປະຊາຊົນ ເຊິ່ງພາຍໃຕ້ການຊີ້ນໍາ-ນໍາພາຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງເປັນຜູ້ກໍ່ຕັ້ງສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນນັກຮົບທີ່ທັດສະນະຫຼັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື້ສັດບໍລິສຸດ ແລະ ມີແບບແຜນລະບຽບເຂັ້ມງວດ ສົມວ່າເປັນກໍາລັງຂອງປະຊາຊົນ, ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ.

ຕະຫຼອດໄລຍະຜ່ານມາຈົນຮອດປັດຈຸບັນນີ້, ກອງທັບປະຊາຊົນລາວ ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ, ໃນພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພາຍໃຕ້ການນໍາພາ ແລະ ຝຶກຝົນຫຼໍ່ຫຼອມຈາກພັກຍາມໃດກໍ່ມີຄວາມຈົ່ງຮັກພັກດີ, ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມເດັດດຽວໜຽວແໜ້ນ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີຄວາມອົງຫານກ້າຫານດ ມີນໍ້າໃຈເສຍສະຫຼະອັນສູງສົ່ງ ພ້ອມທັງຍອມເສຍສະຫຼະຊີວິດຕົນເພື່ອຊາດ ເພື່ອປະຊາຊົນ ສິ່ງເຫຼົ່ານີ້ມັນໄດ້ກາຍເປັນມູນເຊື້ອອັນສະຫງ່າອົງອາດກ້າຫານຂອງກອງທັບ ແລະ ກໍາລັງປະກອບອາວຸດ ຂອງປະຊາຊົນເຮົາຕະຫຼອດມາ. ກອງທັບປະຊາຊົນລາວຍາມໃດກໍ່ມີຄວາມສາມັກຄີອັນສະນິດແໜ້ນກັບປະຊາຊົນລາວບັນດາເຜົ່າ ທີ່ເປັນມູນເຊື້ອອັນປະເສີດຂອງຊາວລາວ ແລະ ເປັນທາດແທ້ອັນດີງາມທີ່ມາແຕ່ໃດໆມາຂອງປະຊາຊົນລາວບັນດາເຜົ່າ, ດ້ວຍເຫດນັ້ນ ກອງທັບປະຊາຊົນລາວຍາມໃດກໍ່ຖືຄວາມສາມັກຄີເປັນປັດໃຈສໍາຄັນກວ່າໝູ່ຂອງຄວາມເປັນເອກະພາບແຫ່ງຊາດ, ກອງທັບເຮົາຍາມໃດກໍ່ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ຄວາມສາມັກຄີປອງດອງ ອີງໃສ່ປະຊາຊົນຢ່າງໜັກແໜ້ນ ເພື່ອຕໍ່ສູ້ສັດຕູຜູ້ຮຸກຮານ, ເຮັດໃຫ້ການຕໍ່ສູ້ກູ້ຊາດຂອງກອງທັບປະຊາຊົນລາວເຕີບໃຫຍ່ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງສົມບູນ.