ໃນສົກປີ 2015-2016 ອົງການກວດສອບແຫ່ງລັດ ໄດ້ດໍາເນີນການກວດສອບບັນດາອົງການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນ ສາມາດກວດພົບລາຍຮັບເພີ່ມທີ່ມາຈາກລາຍຮັບສ່ວຍສາອາກອນ, ຄຸ້ມຄອງຊັບສິນຂອງລັດ, ເງິນກອງທຶນລັດ ແລະອື່ນໆ ຈໍານວນ 689,61 ຕື້ກີບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ.

ກອງປະຊຸມເປີດກວ້າງກ່ຽວກັບວຽກງານກວດສອບງົບປະມານແຫ່ງລັດ ປະຈໍາປີ 2017 ຈັດຂຶ້ນ ໃນວັນທີ 5-6 ກຸມພາ 2018 ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ມີບັນດາຂະແໜງການຕ່າງໆໃນທົ່ວປະເທດ ແລະ ແຂກຮັບເຊີນເຂົ້າຮ່ວມ. ໃນພິທີ, ທ່ານ ບຸນປອນ ວັນນະຈິດ ຮອງປະທານອົງການກວດສອບແຫ່ງລັດ ໄດ້ຂຶ້ນລາຍງານບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາສົກປີ 2015-2016 ວ່າ: ໃນສົກປີ 2015-2016 ອົງການກວດສອບແຫ່ງລັດ ໄດ້ດໍາເນີນການກວດສອບບັນດາອົງການຈັດຕັ້ງລັດຂັ້ນສູນກາງ ແລະ ທ້ອງຖິ່ນຈໍານວນ 58 ຫົວໜ່ວຍ ສາມາດກວດພົບລາຍຮັບເພີ່ມທີ່ມາຈາກລາຍຮັບສ່ວຍສາອາກອນ, ຊັບສິນຂອງລັດ, ເງິນກອງທຶນລັດ ແລະອື່ນໆ ຈໍານວນ 689,61 ຕື້ກີບ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ. ໃນນັ້ນ, ຂັ້ນສູນກາງມີສູງເຖິງ 516,07 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 173,54 ຕື້ກີບ; ສະເພາະ ຂະແໜງສ່ວຍສາອາກອນມີລາຍຮັບເພີ່ມບໍ່ເຂົ້າງົບປະມານ ຈໍານວນ 115,25 ຕື້ກີບ, ຂະແໜງຄຸ້ມຄອງຊັບສິນຂອງລັດ ຈໍານວນ 27,98 ຕື້ກີບ, ເງິນກອງທຶນຂອງລັດ ຈໍານວນ 374,33 ຕື້ກີບ ແລະ ລາຍຮັບອື່ນໆ ຈໍານວນ 172,05 ຕື້ກີບ.

ນອກຈາກນີ້, ຍັງສາມາດກວດພົບການຄຸ້ມຄອງການເກັບລາຍຮັບຂອງແຕ່ລະຂະແໜງການສາມາດກວດສອບເຫັນໜີ້ຕ້ອງຮັບສະສົມທີ່ບໍ່ເຂົ້າງົບປະມານ ເປັນເງິນ 985,28 ຕື້ກີບ, ກວດສອບເຫັນການແຈ້ງເສຍອາກອນບໍ່ຄົບຖ້ວນ 16,23 ຕື້ກີບ ແລະ ປັບໃໝບໍ່ຖືກຕາມອັດຕາທີ່ກົດໝາຍກໍານົດ 3,93 ຕື້ກີບ, ກວດສອບເຫັນໜີ້ຕ້ອງຮັບຈາກເງິນຂາຍໄມ້, ຄ່າປັບໃໝ, ຄ່າເຊົ່າຊັບສິນຂອງລັດ, ຄ່າເຊົ່າ-ສໍາປະທານທີ່ດິນ ແລະ ຄ່າຊັບພະຍາກອນທໍາມະຊາດ 427,76 ຕື້ກີບ, ກວດສອບເຫັນການຂຸດຄົ້ນໄມ້ເກີນໂກຕາທີ່ລັດຖະບານອະນຸມັດຢູ່ 2 ແຂວງ 28.238,90 ແມັດກ້ອນ, ພົບການຂຸດຄົ້ນໄມ້ທີ່ບໍ່ໄດ້ຮັບອະນຸຍາດຢູ່ 4 ແຂວງມີ 11.788,12 ແມັດກ້ອນ ແລະ 1.216,41 ໂຕນ, ກວດສອບພົບ 3 ແຂວງຂາຍໄມ້ຕໍ່າກວ່າລາຄາກະຊວງອຸດສາຫະກໍາ ແລະ ການຄ້າອະນຸມັດ, ກວດສອບເຫັນການຍົກເວັ້ນ, ຫຼຸດຜ່ອນພາສີ-ອາກອນປະເພດພາຫະນະ, ນໍ້າມັນເຊື້ອໄຟ, ຄ່າຊັກພິເສດໄມ້ຂາອອກ ແລະ ສິນຄ້າທົ່ວໄປ ຈໍານວນ 3.570,56 ຕື້ກີບ ແລະ ຂະແໜງອື່ນໆອີກຈໍານວນໜຶ່ງ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ກ່າວວ່າ: ຈາກຜົນການກວດສອບອົງການກວດສອບແຫ່ງລັດ ສະເໜີມາດຕະການໃຫ້ບັນດາໜ່ວຍງົບປະມານປັບປຸງແກ້ໄຂ ເປັນຕົ້ນແມ່ນ: ໃຫ້ອົງການຄຸ້ມຄອງການເງິນເກັບຄືນເງິນລາຍຮັບວິຊາການ, ເງິນກອງທຶນ, ເງິນລະດົມ, ເງິນຊ່ວຍເຫຼືອລ້າ, ເງິນຄັງພັດທະນາແຂວງ ແລະ ລາຍຮັບອື່ນໆ 689,61 ຕື້ກີບ, ເລັ່ງທວງໜີ້ຕ້ອງຮັບສວຍສາອາກອນ, ຊັບສິນ, ເງິນປັນຜົນ ແລະອື່ນໆ 1.701,64 ຕື້ກີບ; ນອກນີ້, ໃຫ້ກວດຄືນການຍົກເວັ້ນ ແລະ ຫຼຸດຜ່ອນອັດຕາພາສີ-ອາກອນນໍາເຂົ້າ ຈໍານວນ 3.570,56 ຕື້ກີບ ແລະ ບັນຫາອື່ນໆທີ່ພົວພັນເຖິງການເງິນ ເພື່ອນໍາເອົາງົບປະມານເຫຼົ່ານັ້ນກັບມາສູ່ງົບປະມານແຫ່ງລັດ.