ໃນວັນທີ 5 ກຸມພາ 2018, ທີ່ສຳນັກງານປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຮ່ວມກອງປະຊຸມ ຄັ້ງທີ 40 ຂອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຮ່ວມພິທີມອບ-ຮັບສູນຝຶກອົບຮົມພະນັກງານຄຸ້ມຄອງວິທະຍາສາດ-ເຕັກໂນໂລຊີ ພ້ອມທັງຮ່ວມພິທີເປີດການນຳໃຊ້ອາຄານສຳນັກງານໃຫຍ່ຫຼັງໃໝ່ຂອງບໍລິສັດ ສະຕາໂທລະຄົມ.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ກໍໄດ້ຕ້ອນຮັບນາຍົກລັດຖະມົນຕີ ສສ ຫວຽດນາມ ພ້ອມຄະນະເຊັ່ນດຽວກັນທີ່ຫ້ອງຮັບແຂກສະພາແຫ່ງຊາດ ໃນໂອກາດຕ້ອນຮັບ ທ່ານນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະໃນຄັ້ງນີ້, ບັນດາທ່ານຜູ້ນໍາ ສປປ ລາວ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ທີ່ໄດ້ນຳພາຄະນະເດີນທາງມາຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີຄັ້ງທີ 40 ລະຫວ່າງສອງປະເທດໃນຄັ້ງນີ້ ເຊິ່ງສາມາດດຳເນີນກອງປະຊຸມໄດ້ສຳເລັດຜົນຢ່າງຈົບງາມ ພ້ອມກັບຕົກລົງບັນຫາທີ່ສຳຄັນໄດ້ຫຼາຍບັນຫາ; ພ້ອມກັນນັ້ນຜູ້ນຳເຮົາຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດຖະບານ ສສ ຫວຽດນາມ ໂດຍສະເພາະ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ທີ່ໄດ້ເອົາໃຈໃສ່ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ລັດຖະບານລາວ ໃນການຮ່ວມລົງທຶນ ເພື່ອຄຸ້ມຄອງພັດທະນາທ່າເຮືອຫວຸ້ງອ່າງ (ທ່າທຽບເຮືອ 1,2 ແລະ 3 ) ເປັນທ່າເຮືອສາກົນລາວ-ຫວຽດນາມ ຊ່ວຍເຮັດໃຫ້ປະເທດລາວໄດ້ມີທ່າເຮືອທາງທະເລເປັນຂອງຕົນເອງ.

ສຳລັບໂຄງການກໍ່ສ້າງຫໍສະພາແຫ່ງຊາດຫຼັງໃໝ່, ການນໍາຂັ້ນສູງຂອງລາວໄດ້ສະເໜີໃຫ້ທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ສືບຕໍ່ຊີ້ນຳຢ່າງໃກ້ຊິດ ເພື່ອໃຫ້ໂຄງການສຳເລັດຕາມກຳນົດເວລາທີ່ວາງໄວ້ການນຳຂັ້ນສູງຂອງລາວຍັງໄດ້ສະແດງຄວາມຊົມເຊີຍທີ່ທັງສອງລັດຖະບານທີ່ໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດໃຫ້ມີບາດກ້າວໃໝ່ ໃນປີ 2017 ເຮັດໃຫ້ຫຼາຍໂຄງການໄດ້ສຳເລັດ ແລະ ນຳເຂົ້າສູ່ການຜະລິດ ສຳລັບປີ 2018 ນີ້, ສະເໜີໃຫ້ທັງສອງລັດຖະບານສືບຕໍ່ເອົາໃຈໃສ່ຊີ້ນຳຢ່າງຈິງຈັງໝາກຜົນສຳເລັດກອງປະຊຸມຄັ້ງນີ້ ເພື່ອຍົກສູງ ປະສິດທີ່ທິຜົນຂອງບັນດາກົນໄກການຮ່ວມມືເອົາໃຈໃສ່ຊຸກຍູ້ປະຕິບັດບັນດາໂຄງການລົງທຶນຕ່າງໆຂອງ ສສ ຫວຽດນາມ ຢູ່ ສປປ ລາວ ໃຫ້ໄປຕາມກຳນົດເວລາ ແລະ ມີປະສິດທິຜົນສູງກວ່າເກົ່າ. ທັງການຄຸ້ມຄອງການນຳໃຊ້ທຶນຊ່ວຍເຫຼືອຂອງຫວຽດນາມໃຫ້ແກ່ລາວໃຫ້ມີຈຸດສຸມ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ ທັງໝົດນີ້ກໍເພື່ອເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດກໍຄືປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.