ໃນທ້າຍອາທິດທີ່ຜ່ານມາ ກົມເຍົາວະຊົນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ( ຊປປລ ) ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການລົງໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດ ໃຫ້ຊາວໜຸ່ມ-ເຍົາວະຊົນ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2017, ເຂົ້າຮ່ວມໂດຍທ່ານ ນາງ ວິລະວອນ ພັນທະວົງ ຮອງເລຂາຄະນະບໍລິຫານງານ ຊປປລ, ໂດຍການເປັນປະທານຂອງທ່ານ ນາງ ແກ້ວອຸດອນ ແສງມະນີວົງ ຫົວໜ້າກົມເຍົາວະຊົນ, ມີຫົວໜ້າພະແນກ-ຮອງພະແນກ, ຄະນະບໍລິຫານງານຊາວໜຸ່ມ 9 ຕົວເມືອງ ແລະ ຄະນະຮັບຜິດຊອບໂຄສະນາ ເຂົ້າຮ່ວມ.

ທ່ານ ນາງ ຄຳຄ່ອງ ລະດາບຸດ ຫົວໜ້າພະແນກສົ່ງເສີມພອນສະຫວັນເດັກ ຊປປລ ກ່າວວ່າ: ການລົງໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດໃຫ້ຊາວໜຸ່ມ-ເຍົາວະຊົນ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນ ປະຈຳປີ 2017 ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 5-20 ມິຖຸນາ 2017 ແນໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ຮັບຮູ້ຂໍ້ມູນຂ່າວສານອັນຖືກຕ້ອງ, ທັນກັບຍຸກສະໄໝໃໝ່ ໃນຮູບແບບການໂຄສະນາຂໍ້ມູນຂ່າວສານ, ຜ່ານການສະແດງລະຄອນສັ້ນ ແລະ ຮູບແບບການເຕົ້າໂຮມສຶກສາອົບຮົມ ໃຫ້ພະນັກງານ-ຄູອາຈານ ໂດຍສະເພາະແມ່ນຊາວໜຸ່ມ, ເຍົາວະຊົນ-ອະນຸຊົນ ເພື່ອເປີດເວທີໃຫ້ໄດ້ຮັບຮູ້ເຂົ້າໃຈກ່ຽວກັບວຽກງານຕ້ານການຄ້າມະນຸດ ຢູ່ ສປປ ລາວ; ເຊິ່ງການລົງໂຄສະນາທັງໝົດ 9 ຕົວເມືອງ ແມ່ນສາມາດສັງລວມແຂກ ແລະ ຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມຮັບຟັງການລົງເຜີຍແຜ່ ມີຈຳນວນ 1.411 ຄົນ, ຍິງ 781 ຄົນ ເຊິ່ງເນື້ອໃນຂອງການລົງໂຄສະນາ ປະກອບມີ: ຄວາມຮູ້ພື້ນຖານ ກ່ຽວກັບການເຄື່ອນຍ້າຍແຮງງານ ແລະ ວຽກງານການພັດທະນາສີມືແຮງງານ ແລະ ຈັດຫາງານ, ການໄປອອກແຮງງານຢູ່ຕ່າງປະເທດ ແບບຖືກຕ້ອງຕາມກົດໝາຍ, ການຄ້າມະນຸດ ແລະ ຂັ້ນຕອນການລາຍງານ, ສະພາບການດຳລົງຊີວິດ ແລະ ການເຮັດວຽກຢູ່ປະເທດເພື່ອນບ້ານ, ສິດ ແລະ ພັນທະ ຂອງການອອກແຮງງານ, ວິທີການຂໍຄວາມຊ່ວຍເຫຼືອ, ຂໍ້ຄວນປະຕິບັດ ແລະ ຂໍ້ຫ້າມຂອງການເຄື່ອນຍ້າຍທີ່ປອດໄພ, ສະແດງລະຄອນ ແລະ ເພງ ທີ່ມີເນື້ອໃນກ່ຽວກັບຕ້ານການຄ້າມະນຸດ, ສ້າງກິດຈະກຳຖາມ-ຕອບ ກ່ຽວກັບການຕ້ານການຄ້າມະນຸດ ແລະ ການຫຼິ້ນເກມມ່ວນຊື່ນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນການລົງໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດ 9 ຕົວເມືອງ ໃຫ້ຊາວໜຸ່ມ-ເຍົາວະຊົນ ຮຸ່ນສືບທອດ ແມ່ນໄດ້ຮັບຜົນສຳເລັດ.

ພ້ອມນີ້ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບ ພ້ອມກັນຖອດຖອນບົດຮຽນ, ການແກ້ໄຂບັນຫາຕ່າງໆຂອງການຈັດຕັ້ງປະຕິບັດກ່ຽວກັບການໂຄສະນາເຜີຍແຜ່ວຽກງານຕ້ານການຄ້າມະນຸດ ຂອງຄະນະຮັບຜິດຊອບໂຄສະນາ ແລະ ຫາວິທີແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມຮັບປະກັນດ້ານເນື້ອໃນ ແລະ ໃຫ້ມີຄວາມສອດຄ່ອງກັບສັງຄົມໃນປັດຈຸບັນ.