ທ້າວ ກິຕ້າ ອາຍຸ 26 ປີ ຢູ່ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວມົ້ວສຸມເສບຢາບ້າ ຈຶ່ງຖືກຜູ້ປົກຄອງນໍາສົ່ງເຂົ້າສູນປິ່ນປົວ. ພາຍຫຼັງອອກຈາກສູນໃນຕົ້ນປີ 2017 ກໍສືບຕໍ່ເຄື່ອນໄຫວເສບຢາ ແລະ ຖືກຈັບມາດໍາເນີນຄະດີ ມາຮອດວັນທີ 1 ມັງກອນ 2018 ໄອຍະການປະຊາຊົນ ໄດ້ສັ່ງຟ້ອງຕໍ່ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນໃນສະຖານມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ ໂດຍຄະນະສານໄດ້ຕັດອິດສະຫຼະພາບ 5 ປີ ແລະ ປັບໃໝ 10 ລ້ານກີບ.

ໃນສຳນວນຄະດີໃຫ້ຮູ້ວ່າ: ໃນຕົ້ນປີ 2015, ຈໍາເລີຍເຄີຍເຂົ້າສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ພາຍຫຼັງຖືກປ່ອຍຕົວ ຮອດປີ 2017 ທ້າວ ກິຕ້າ ເລີ່ມເສບຢາບ້າອີກ ສ່ວນຢາບ້າທີ່ຊື້ມາເສບແມ່ນຊື້ນໍາໄວລຸ້ນບໍ່ຮູ້ຊື່ຢູ່ຮ້ານເກມ ເຂດບ້ານທາດຫຼວງເມືອງໄຊເສດຖາ ຊື້ຄັ້ງລະ 2-3 ເມັດ ໃນໄລຍະຜ່ານມາ ເຄີຍຊື້ຢາບ້າມາເສບຫຼາຍຄັ້ງ ແຕ່ລະຄັ້ງທີ່ໄດ້ຢາບ້າມານັ້ນຈໍາເລີຍກໍນໍາມາເສບເອງ, ມາວັນທີ 31 ພຶດສະພາ 2017 ຈໍາເລີຍໄດ້ຈ້າງລົດຈໍາໂບ້ໄປຊື້ຢາບ້ານໍາຊາຍບໍ່ຮູ້ຊື່ ແລະ ທີ່ຢູ່ຈໍານວນ 30 ເມັດ ແລ້ວນຳໄປເສບຢູ່ເສັ້ນທາງ 450 ປີ ຈໍານວນ 3 ເມັດ ຮອດເວລາປະມານ 23:00ໂມງ ຂອງວັນດຽວກັນ ກໍຖືກເຈົ້າໜ້າທີ່ ປກສ ຈັບຕົວພ້ອມຂອງກາງຢາບ້າ 27 ເມັດ ໄປດໍາເນີນຄະດີ.

ດ້ວຍຂໍ້ມູນທີ່ຮັດກຸມ ແລະ ຫຼັກຖານທີ່ພຽງພໍໃນການຢັ້ງຢືນ ວ່າ: ຈຳເລີຍໄດ້ເຄື່ອນໄຫວກະທຳຜິດໃນສະຖານມີຢາເສບຕິດໄວ້ໃນຄອບຄອງເພື່ອເສບ. ສະນັ້ນ, ຄະນະສານອາຍາ ຈຶ່ງເຫັນຄວນຕັດອິດສະຫຼະພາບ 5 ປີ ປັບໃໝ 10.000.000 ກີບ.