ລັດວິສາຫະກິດ ລາວບໍລິການຄວາມປອດໄພ ( ລປພ ) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ ( 20 ມັງກອນ 1949-20 ມັງກອນ 2018 ), ໃນວັນທີ 7 ກຸມພານີ້, ໃຫ້ກຽດປາຖະກະຖາໂດຍ ພັອ ດໍາດີ ອ້ວນມະນີວົງ ອໍານວຍການ ລປພ, ມີຄະນະພັກ-ຄະນະອໍານວຍການ, ພະນັກງານກໍາລັງຮັກສາຄວາມປອດໄພເຂົ້າຮ່ວມ.

ພັອ ດໍາດີ ອ້ວນມະນີວົງ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ທີ່ສາມາດສ້າງໄດ້ວິລະກຳທີ່ເປັນມູນເຊື້ອທາດແທ້ອັນສະຫງ່າລາສີ, ກອງທັບປະຊາຊົນລາວ ແມ່ນໄດ້ຜ່ານຂະບວນວິວັດແຫ່ງການດຳເນີນການຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດຊາດ-ປົດປ່ອຍປະຊາຊົນລາວບັນດາເຜົ່າອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຈັກກະພັດຕ່າງຊາດ, ເພື່ອຄວາມເປັນເອກະລາດແຫ່ງຊາດ, ຄວາມມີອິດສະຫຼະພາບ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ ໂດຍມີພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງຊີ້ນຳ-ນຳພາໂດຍກົງ, ເດັດຂາດຮອບດ້ານ; ເຊິ່ງໃນວັນທີ 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບລາວອິດສະຫຼະ (ກອງທັບປະຊາຊົນລາວໃນປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ; ນັບແຕ່ໄດ້ຮັບການສ້າງຕັ້ງມາ ພາຍໃຕ້ການນຳພາຂອງພັກທີ່ມີແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ, ກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວ ຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງໃນແຕ່ລະໄລຍະ. ອັນພົ້ນເດັ່ນແມ່ນໄລຍະປີ 1973-1975 ເປັນໄລຍະຕໍ່ສູ້ປົກປັກຮັກສາສັນຕິພາບ ຄວາມຖືກຕ້ອງປອງດອງຊາດ, ປຸກລະດົມຂົນຂວາຍປະຊາຊົນບຸກໂຈມຕີຮອບດ້ານ ແລະ ນຳໃຊ້ 3 ບາດຄ້ອນຍຸດທະສາດ (ການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດ ແລະ ການແຍກຕົວອອກຂອງກຳລັງທະຫານສັດຕູ ) ຈົນສາມາດປົດປ່ອຍປະເທດ ຊາດຢ່າງສົມບູນແລະສ້າງຕັ້ງລະ ບອບສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ໂອກາດດຽວກັນ, ພັທ ຄໍາເຟືອນ ພົມມະຈັກ ຮອງອໍານວຍການ ລປພ ຍັງໄດ້ປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 62 ປີ (1 ກຸມພາ 1956-1 ກຸມພາ 2018), ວັນສ້າງຕັ້ງສະຫະພັນແມ່ຍິງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 52 ປີ (9 ມັງກອນ 1966-9 ມັງກອນ 2018) ແລະ ເຜີຍແຜ່ເອກະສານຜົນສໍາເລັດການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານ ກະຊວງ ປກສ; ເຊິ່ງການປາຖະກະຖາ ແລະ ເຜີຍແຜ່ເອກະສານຄັ້ງນີ້ ກໍເພື່ອເປັນການເປັນຜັນຂະຫຍາຍມູນເຊື້ອອັນພິລະອາດຫານ, ໄຊຊະນະອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ແລະ ເປັນການຍົກໃຫ້ເຫັນອັນພົ້ນເດັ່ນ ໃນການເຄື່ອນໄຫວປະກອບສ່ວນ ໃນພາລະກິດປະຕິບັດຊາດ, ປະຊາທິປະໄຕ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງອົງການຈັດຕັ້ງກໍາມະບານລາວໃນຕະຫຼອດໄລຍະ 62 ປີຜ່ານມາ ເພື່ອໃຫ້ຖັນແຖວສະມາຊິກພັກ, ພະນັກງານໄດ້ຮຽນຮູ້ເຖິງຄຸນງາມຄວາມດີມູນເຊື້ອທາດແທ້ປະຕິວັດ ເພື່ອເປັນບ່ອນອີງແກ່ການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັດສະນະຫຼັກໝັ້ນຊົນຊັ້ນ, ມີມານະຈິດຕັ້ງໜ້າເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງພະນັກງານ-ນັກຮົບຮຸ່ນກ່ອນເຂົ້າໃນໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດ.