ກົມໃຫຍ່ການເມືອງ ໄດ້ຕາງໜ້າໃຫ້ກະຊວງ ປກສ ມອບເງິນຈໍານວນ 20.000.000 ກີບ ໃຫ້ອົງການກາແດງລາວ ໃນວັນທີ 7 ກຸມພາ 2018 ເພື່ອເປັນການປະ ກອບສ່ວນນໍາໄປຊ່ວຍເຫຼືອຜູ້ ດ້ອຍໂອກາດໃນທົ່ວປະເທດ, ຕາງໜ້າມອບໂດຍ ພັອ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ພ້ອມຄະນະ, ກ່າວຮັບໂດຍ ທ່ານ ປອ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມຄະນະ.

ພັອ ຄໍາກິ່ງ ຜຸຍຫຼ້າມະນີວົງ ກ່າວວ່າ: ອີງຕາມໜັງສືສະເໜີຂອງອົງການກາແດງລາວ ເພື່ອລະດົມສົມທົບທຶນ ໃນການຊຸກຍູ້ຊ່ວຍເຫຼືອຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກ ໂດຍສະເພາະທາງພາກເໜືອ ຍັງໄດ້ຮັບຜົນກະທົບຕະຫຼອດມາ; ເປັນຕົ້ນແມ່ນເຄື່ອງອຸປະໂພກ-ບໍລິໂພກທີ່ມີຄວາມຈໍາເປັນຫຼາຍ ໃນການດໍາລົງຊີວິດປະຈໍາວັນ; ເຊິ່ງພາຍຫຼັງກະຊວງ ປກສ ໄດ້ຮັບໜັງສືດັ່ງກ່າວຄະນະພັກ-ຄະນະນໍາກະຊວງ ກໍໄດ້ຊີ້ນໍາໃຫ້ກົມໃຫຍ່ການເມືອງ ປກສ ເປັນໃຈກາງໃນການລະດົມຂົນຂວາຍຜູ້ທີ່ມີນໍ້າໃຈໃສສັດທາໃນກໍາລັງ ປກສ ຜ່ານການຈັດຕັ້ງປະຕິບັດສາມາດລະດົມທືນຊ່ວຍເຫຼືອໄດ້ ລວມເປັນເງິນຈໍານວນ 20.000.000 ກີບ ມອບໃຫ້ອົງການກາແດງລາວ ເພື່ອນໍາໄປມອບໃຫ້ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກ ເພື່ອເປັນການແບ່ງເບົາບັນເທົາທຸກເຮັດໃຫ້ເຂົາເຈົ້າມີກໍາລັງໃຈໃນການດໍາລົງຊີວິດຕໍ່ໄປ.

ໂອກາດດຽວກັນ ທ່ານ ປອ ສິງ ເມໂນລາດ ກໍໄດ້ມອບໃບຍ້ອງຍໍໃຫ້ກະຊວງ ປກສ ພ້ອມທັງກ່າວສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະບັນຊາ ກໍຄືພະນັກງານ-ນັກຮົບໃນທົ່ວກໍາລັງ ປກສ ເຊິ່ງເປັນການສະແດງເຖິງຄວາມເຫັນອົກເຫັນໃຈ, ເປັນຫ່ວງເປັນໃຍຕໍ່ຜູ້ປະສົບໄພພິບັດ ແລະ ຜູ້ດ້ອຍໂອກາດໃນເຂດຫ່າງໄກສອກຫຼີກໃນທົ່ວປະເທດ.