ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ( ຊປປລ ), ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ຊປປລ ພ້ອມຄະນະ ໄດ້ເຄື່ອນໄຫວພົບປະຢ້ຽມຢາມຄະນະບໍລິຫານງານຊາວໜຸ່ມວິທະຍາຄານປ້ອງກັນຄວາມສະຫງົບ ( ວປສ ແຫ່ງຊາດ) ກະຊວງ ປກສ ໃນວັນ ທີ 7 ກຸມພາ 2018, ໃຫ້ກຽດຕ້ອນຮັບໂດຍ ພັອ ປອ ບຸນລໍ້າ ພະໄຊສົມບັດ ຮອງອຳນວຍການ ວປສ ແຫ່ງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະ ພັທ ປທ ບຸນປະດິດ ວົງພູທອນ ເລຂາຄະນະບໍລິຫານງານຊາວໜຸ່ມ ວປສ ແຫ່ງຊາດ, ມີຄະນະພັກ-ຄະນະຊາວໜຸ່ມ, ພະນັກງານຄູ-ອາຈານ ແລະ ສະມາຊິກຊາວ ໜຸ່ມຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຄະນະ ແລະ ສະມາຊິກຊາວໜຸ່ມ ວປສ ແຫ່ງຊາດ ທີ່ໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານຊາວໜຸ່ມໄລຍະຜ່ານມາ ແລະ ມີຜົນສຳເລັດເປັນຢ່າງດີ, ພ້ອມທັງມີທິດຊີ້ນຳບາງບັນຫາຕໍ່ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ຈົ່ງເປັນເຈົ້າການປະຕິບັດລະບຽບວິໄນຂອງກຳລັງ ປກສ ກໍຄືລະບຽບຂອງຄະນະບໍລິຫານງານຊາວໜຸ່ມ ວປສ ແຫ່ງຊາດວາງອອກ ແລະ ປະຕິບັດ 7 ລະບອບ 18 ວຽກຂອງກຳລັງ ປກສ ຢ່າງເຂັ້ມງວດ ເພື່ອຍົກສູງຄວາມຮູ້-ຄວາມສາມາດໃນການຊອກຮູ້ຄົ້ນຄວ້າຮໍ່າຮຽນທາງດ້ານຍຸດໂທບາຍຕ່າງໆ ເພາະຊາວໜຸ່ມ ວປສ ແຫ່ງຊາດ ແມ່ນເປັນກຳລັງແຮງຕົ້ນຕໍໃນການຮໍ່າຮຽນເອົາແນວທາງນະໂຍບາຍຂອງພັກ-ລັດວາງອອກ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນໃຫ້ສຳເລັດ ແລະ ຍັງໄດ້ຮຽກຮ້ອງໃຫ້ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມແຕ່ລະສະຫາຍ ມີຄວາມຄິດໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງການນຳພາຂອງພັກ-ລັດ, ມີຄວາມສະດຸ້ງໄວຕໍ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ແລະ ຍົກສູງສະຕິລະວັງຕົວ, ກົນອຸບາຍເລ່ລຽມຂອງກຸ່ມຄົນບໍ່ດີທີ່ຫວັງເຂົ້າມາທຳລາຍພັກ-ລັດເຮົາ ແນໃສ່ຮັບປະກັນໃຫ້ຊາວໜຸ່ມ ວປສ ແຫ່ງຊາດ ກາຍເປັນກຳລັງແຮງຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ໂອກາດດຽວກັນ, ພັອ ປອ ບຸນລໍ້າ ພະໄຊສົມບັດ ໄດ້ມອບໃບກຽດຕິຄຸນ ພ້ອມທັງສະແດງຄວາມຂອບໃຈຕໍ່ທ່ານເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານຊາວໜຸ່ມຂອງ ວປສ ແຫ່ງຊາດ ໂດຍນຳເອົາຄອມພິວເຕີ ຈຳນວນ 1 ຊຸດ ແລະ ເຄື່ອງກິລາ ຈໍານວນ 20 ຊຸດ ລວມມູນຄ່າທັງໝົດ 11. 000.000 ກີບ ມາມອບໃຫ້; ເຊິ່ງອຸປະກອນ ແລະ ເຄື່ອງກິລາດັ່ງກ່າວ ແມ່ນຈະນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະຊາວໜຸ່ມ ໃຫ້ເກີດດອກອອກຜົນສູງສຸດ.