ພິທີເຊັນບົດບັນທຶກການຮ່ວມມືລະຫວ່າງບັນດາກົມ ແລະ ສະຖາບັນຂອງສອງກະຊວງຄື: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ໂດຍການເຂົ້າຮ່ວມຂອງທ່ານ ສຈ ປອ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ, ທ່ານ ຈູ ຫງອກ ແອັງ ກຳມະການສູນກາງພັກ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຫ້ອງການ, ສະຖາບັນ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ແລະ ນວ ໃນຂອບເຂດທົ່ວປະເທດ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມເປັນສັກຂີພິຍານ.

ການລົງນາມເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືຄັ້ງນີ້ມີ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານການກໍ່ສ້າງ, ຄົ້ນຄວ້າ ແລະ ນະວັດຕະກຳ ລະຫວ່າງສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ກັບສະຖາບັນຍຸດທະສາດ ແລະ ນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ລົງນາມໂດຍ ທ່ານ ພິມພາ ອຸດທະຈັກ ຮັກສາການຫົວໜ້າສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ຮ່ວງມິງ ຫົວໜ້າສະຖາບັນຍຸດທະສາດ ແລະ ນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຊີ; ນອກນັ້ນ, ຍັງມີການເຊັນບົດບັນທຶກຄວາມເຂົ້າໃຈໃນຂົງເຂດວຽກງານຖິ່ນກຳເນີດ ລະຫວ່າງກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ສຳນັກງານຊັບສິນທາງປັນຍາແຫ່ງຊາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ລົງນາມໂດຍ ທ່ານ ປອ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ປອ. ດິ່ງ ຫິວ ຟີ ຫົວໜ້າສໍານັກງານຊັບສິນທາງປັນຍາແຫ່ງຊາດ.

ການລົງນາມບົດບັນທຶກຄວາມເຂົ້າໃຈການຮ່ວມມືຄັ້ງນີ້, ຈະເປັນການເພີ່ມທະວີສາຍພົວພັນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງສອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ ແລະ ຫວຽດນາມ ໂດຍສະເພາະແມ່ນລະຫວ່າງສອງກົມ ແລະ ສອງສະຖາບັນຂອງລາວ ແລະ ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ, ເພີ່ມທະວີການຊຸກຍູ້ການຄົ້ນຄວ້າ ແລະ ພັດທະນານະວັດຕະກຳ ເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ ແນ່ໃສ່ເຊື່ອມສານຂະແໜງການກ່ຽວກັບການກໍ່ສ້າງ, ຄົ້ນຄວ້າ ແລະ ນະວັດຕະກຳ ເພື່ອຍົກສູງຄຸນນະພາບ ແລະ ແຫຼ່ງຊັບພະຍາກອນມະນຸດວິທະຍາສາດ ແລະ ເຕັກໂນໂລຊີ, ເພີ່ມທະວີ ແລະ ຮັດແໜ້ນການຮ່ວມມືທາງດ້ານການສົ່ງເສີມການນຳໃຊ້ຖິ່ນກຳເນີດຢ່າງເໝາະສົມ ແນໃສ່ອຳນວຍຄວາມສະດວກດ້ານການຈົດທະບຽນປົກປ້ອງ ແລະ ສົ່ງເສີມການຄ້າ-ຂາຍຜະລິດຕະພັນຖິ່ນກຳເນີດ ໃນ ສປປ ລາວ ແລະ ສສ ຫວຽດນາມ.