ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ໄດ້ເນັ້ນໃຫ້ອົງການກວດສອບແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ ຕ້ອງເອົາໃຈໃສ່ສະກັດກັ້ນ ແລະ ປາບປາມບັນຫາການຮົ່ວໄຫຼຂອງງົບປະມານ ຢູ່ບັນດາຂະແໜງການສ່ວຍສາອາກອນ, ຂະແໜງຄຸ້ມຄອງຊັບສິນຂອງລັດ, ເງິນກອງທຶນ ແລະອື່ນໆ ໃຫ້ຂາດຕົວ ເພື່ອເຮັດໃຫ້ລາຍຮັບຂອງປະເທດເພີ່ມຂຶ້ນ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມເປີດກວ້າງກ່ຽວກັບວຽກງານກວດສອບງົບປະມານແຫ່ງລັດ ປະຈໍາປີ 2017 ໃນວັນທີ 6 ກຸມພາ 2018.

ທ່ານຮອງນາຍົກ ກ່າວວ່າ: ໃນສົກປີ 2015-2016 ຜ່ານມາ ການເກັບລາຍຮັບງົບປະມານບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການກັບລາຍຈ່າຍງົບປະມານ ມີຕົວເລກຂາດດຸນສູງເຖິງ 7,92% ຂອງ GDP ຍ້ອນການຮົ່ວໄຫຼທາງດ້ານລາຍຮັບ-ລາຍຈ່າຍຂອງງົບປະມານແຫ່ງລັດຢູ່ບັນດາຂະແໜງການຕ່າງໆ ເຖິງແມ່ນວ່າອົງການກວດສອບແຫ່ງລັດ ໄດ້ກວດສອບເຫັນການລະເມີດຢ່າງຫຼວງຫຼາຍເກືອບທຸກຫົວໜ່ວຍງົບປະມານຢູ່ສູນກາງ ແລະ ທ້ອງຖິ່ນ ແຕ່ຜົນການແກ້ໄຂແມ່ນເຮັດໄດ້ໜ້ອຍ ຫຼື ຍັງມີຫຼາຍບັນຫາບໍ່ໄດ້ຮັບການແກ້ໄຂ; ສະນັ້ນ, ກ່ຽວກັບການແກ້ໄຂຕາມຜົນການກວດສອບຕົວຈິງເຫັນວ່າ: ຕ້ອງແກ້ໄຂໃນ 2 ດ້ານໄປພ້ອມໆກັນ ຄື: ດ້ານລາຍຮັບຕ້ອງແກ້ໄຂຕາມຜົນກວດສອບເທົ່ານັ້ນ ຈຶ່ງຈະເຮັດໃຫ້ລາຍຮັບເພີ່ມຂຶ້ນ ແລະ ສາມາດສະກັດກັ້ນປະກົດການຮົ່ວໄຫຼຂອງງົບປະມານ ແລະ ການສວຍໃຊ້ສໍ້ລາດບັງຫຼວງໄດ້, ຖ້າກວດສອບບໍ່ໄດ້ ຫຼື ບໍ່ຂາດຕົວ, ບໍ່ເຂັ້ມງວດ ຈະເຮັດໃຫ້ການເກັບລາຍຮັບບໍ່ໄປຕາມແຜນ, ງົບປະມານຈະສືບຕໍ່ຮົ່ວໄຫຼ ແລະ ຈະເຮັດໃຫ້ເກີດຄວາມຫຍຸ້ງຍາກທາງດ້ານງົບປະມານ ຫຼື ຈໍານວນເງິນໃນການປະຕິບັດແຜນລາຍຈ່າຍ.

ສະເພາະດ້ານລາຍຈ່າຍ ຜົນການກວດສອບແມ່ນຊີ້ໃຫ້ເຫັນເຖິງການຮົ່ວໄຫຼດ້ານລາຍຈ່າຍ ເຊິ່ງຕົ້ນຕໍແມ່ນການຈ່າຍນອກແຜນ, ຈ່າຍຊໍາລະໂຄງການນອກແຜນ, ຫົວໜ່ວຍລາຄາສູງ ແລະອື່ນໆ, ຊິ່ງບັນດາສະຫາຍຈະຕ້ອງພ້ອມກັນຈໍາກັດ ແລະ ແກ້ໄຂ, ອັດຊ່ອງຫວ່າງ ແລະ ຍຸດຕິທໍາການຈ່າຍທີ່ບໍ່ມີປະສິດທິຜົນ ຈຶ່ງຈະເຮັດໃຫ້ເມັດເງິນງົບປະມານມີການປະຢັດ, ຖືກນໍາໃຊ້ຢ່າງສົມເຫດສົມຜົນ, ໜີ້ສິນຈະຢູ່ໃນອັດຕາທີ່ຄວບຄຸມໄດ້; ສະນັ້ນ, ບັນດາສະຫາຍຕ້ອງໄດ້ພ້ອມກັນແກ້ໄຂບັນຫາເຫຼົ່ານີ້ ໃຫ້ຕົກໄປດ້ວຍການດໍາເນີນຕາມກົດໝາຍ ວ່າດ້ວຍການກວດສອບ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ.