ຫ້ອງວ່າການເມືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ຈັດກອງປະຊຸມສະຫຼຸບຄອບຄົວຕົວແບບດ້ານການຜະລິດກະສິກໍາ, ການຄ້າ ແລະ ການບໍລິການ ຄັ້ງທີ VI ໃນວັນທີ 6 ກຸມພາ 2018, ເຂົ້າຮ່ວມໂດຍ ທ່ານ ວິລະສັກ ນາມມຸນຕີ ເຈົ້າເມືອງໆນາຊາຍທອງ ມີແຂກຮັບເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພອນທິບ ຍົກໄຊຍະຄໍາ ຫ້ອງການອຸດສາຫະກໍາ-ການຄ້າ ເມືອງນາຊາຍທອງ ໄດ້ຍົກໃຫ້ເຫັນ ວ່າ: ໃນໄລຍະຜ່ານມາ, ຄະນະພັກເມືອງທຸກຂັ້ນໄດ້ເອົາໃຈໃສ່ຖືເອົາການສ້າງຕັ້ງກຸ່ມຜະລິດຕ່າງໆ ເປັນວຽກງານສໍາຄັນ
ເປັນຕົ້ນແມ່ນກຸ່ມປູກຜັກທີ່ດີ 2 ກຸ່ມ ມີ 30 ຄອບຄົວ, ກຸ່ມສາລີຫົວອາຫານສັດ 1 ກຸ່ມໃຫຍ່ ມີ 10 ຄອບຄົວ, ກຸ່ມປູກພືດຜັກອິນຊີ 1 ກຸ່ມ ມີ 10 ຄອບຄົວ, ສະຫະກອນລ້ຽງໄກ່ ພັນໄຂ່ ແລະ ປາ 1 ສະຫະກອນ ມີ 30 ຄອບຄົວ ແລະ ມີຄອບຄົວຕົວແບບປູກເຂົ້າເປັນສິນຄ້າ 20 ຄອບຄົວ, ຄອບຄົວຕົວແບບຕົກກ້າ, ດໍານາ ໂດຍໃຊ້ເຄື່ອງຈັກ 1 ຄອບຄົວ, ຄອບຄົວຕົວແບບລ້ຽງໄກ່ ພັນໄຂ່ ຕິດພັນກັບການລ້ຽງປາ 82 ຄອບຄົວ ແລະ ຄອບຄົວຕົວແບບດ້ານອື່ນໆ; ໄດ້ເອົາໃຈໃສ່ຊຸກຍູ້ປຸກລະດົມ, ຄຸ້ມຄອງຜູ້ປະກອບການ ກໍຄືຫົວໜ່ວຍທຸລະກິດຕ່າງໆ ເຊິ່ງປັດຈຸບັນມີທັງໝົດ 3.630 ຫົວໜ່ວຍ, ມີທະບຽນວິສາຫະກິດຖືກຕ້ອງ 1.552 ຫົວໜ່ວຍ ແລະ ສາມາດປະກາດໂອດອບ ສໍາເລັດ 1 ຜະລິດຕະພັນ, 1 ເມືອງ ໃຫ້ໄດ້ 5 ຜະລິດຕະພັນຕິດກາໝາຍໂອດອບ, ນໍາສະເໜີຂັ້ນເທິງອີກ 1 ຫົວໜ່ວຍ ແລະ ມີຫ້ອງວາງສະແດງ ແລະ ຂາຍສິນຄ້າໂອດອບຂອງ ບໍລິສັດ ຄໍາແພງເພັດ ແຈ້ງສະຫວ່າງ ຢູ່ບ້ານນາສ້ຽວ ເປັນແຫ່ງທໍາອິດໃນເມືອງນາຊາຍທອງ ກໍຄືນະຄອນຫຼວງວຽງຈັນ.

ທ່ານຫົວໜ້າຫ້ອງການອຸດສາຫະກໍາ-ການຄ້າ ເມືອງນາຊາຍທອງ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ, ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນນໍາໃຊ້ເຕັກນິກວິທະຍາສາດໃໝ່ເຂົ້າໃນການຜະລິດ, ສ້າງໃຫໄດ້ວິຊາການກັບທີ່ໃຫ້ຊາວກະສິກອນເປັນນັກວິຊາການເຮັດກະເສດ ເພື່ອເພີ່ມຜົນຜະລິດໃຫ້ໄດ້ຫຼາຍຂຶ້ນ ພ້ອມທັງຊຸກຍູ້ການລ້ຽງສັດເປັນຟາມຜະລິດເປັນສິນຄ້າໄປ ພ້ອມກັບການນໍາໃຊ້ແນວພັນພືດ, ສັດທີ່ໃຫ້ຜົນຜະລິດສູງ; ສົ່ງເສີມການຜະລິດເປັນສິນຄ້າ ຕິດພັນກັບການຝຶກອົບຮົມດ້ານວິຊາການໄລຍະສັ້ນໃຫ້ຊາວກະສິກອນ ແລະ ມີພະນັກງານນໍາພາເຮັດຕົວຈິງ.