ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 6 ກຸມພາ ນີ້, ເກີດເຫດແຜ່ນດິນໄຫວຂະໜາດ 6,4 ຣິກເຕີ ສົ່ງຜົນໃຫ້ ອາຄານຫຼາຍແຫ່ງໃນເມືອງຮົ່ວຫຼຽນ ຕັ້ງຢູ່ໃນເກາະໄຕ້ຫວັນ ຖະຫຼົ່ມລົງມາສ້າງຄວາມເສຍຫາຍ ຢ່າງຫຼວງຫຼາຍ; ໃນນັ້ນ, ລວມທັງໂຮງແຮມ ກໍໄດ້ຮັບຄວາມເສຍຫາຍ. ຫຼ້າສຸດ, ພົບຜູ້ເສຍຊີວິດແລ້ວ 4 ຄົນ, ມີຜູ້ໄດ້ຮັບບາດເຈັບ 200 ກວ່າຄົນ ແລະ ມີຜູ້ຫາຍສາບສູນ 140 ກວ່າຄົນ.

ສື່ມວນຊົນຂອງໄຕ້ຫວັນ ໄດ້ເຜີຍແຜ່ສະຖານທີ່ເກີດເຫດ, ເຊິ່ງສະແດງໃຫ້ເຫັນ ຄວາມເສຍຫາຍທີ່ເກີດຈາກແຮງ ສັ່ນສະເທືອນຂອງແຜ່ນດິນໄຫວ ລວມມີອາຄານ, ຖະໜົນ ແລະ ໂຮງແຮມມາແຊນ ໂຮເທວ ທີ່ມີຄວາມສູງ 10 ຊັ້ນ ໄດ້ເນີ້ງໄປຂ້າງໜຶ່ງ ເພາະຊັ້ນໃຕ້ດິນຍຸບລົງ ໂດຍເຈົ້າໜ້າທີ່ໜ່ວຍ ກູ້ໄພກຳລັງພະຍາຍາມຊ່ວຍເຫຼືອຜູ້ເຄາະຮ້າຍ ທີ່ຕິດຢູ່ທາງໃນ 3 ຄົນ.

ສຳນັກງານມອດໄຟເມືອງຮົ່ວຫຼຽນ ເປີດ ເຜີຍວ່າ: ມາຮອດປັດຈຸບັນນີ້, ເຈົ້າໜ້າທີ່ສາມາດຊ່ວຍເຫຼືອຜູ້ທີ່ຕິດຢູ່ໃນ ອາຄານທີ່ຖະຫຼົ່ມລົງມາໄດ້ແລ້ວຢ່າງໜ້ອຍ 28 ຄົນ, ຂະນະທີ່ຖະໜົນຫຼວງ ແລະ ຂົວຫຼາຍແຫ່ງໃນເມືອງດັ່ງກ່າວ ເປ່ເພເຊັ່ນກັນ ເຮັດໃຫ້ເຈົ້າໜ້າທີ່ຕ້ອງໄດ້ປິດການຈະລາຈອນຊົ່ວຄາວ.

ແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນໃນເວລາກາງຄືນຂອງວັນທີ 6 ກຸມພາ 2017 (ຕາມ ເວລາທ້ອງຖິ່ນ), ມີສູນກາງເລິກ ລົງພື້ນດິນ ພຽງແຕ່ 10 ກິໂລແມັດເທົ່ານັ້ນ.