ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ກຸມພາ ນີ້ວ່າ: ປະທານາທິບໍດີ ໂຣດຼີໂກ ດູເຕີເຕ ຜູ້ນຳຟິ ລິບປິິນ ໄດ້ເຂົ້າ ຮ່ວມພິທີທຳລາຍລົດລາຄາແພງຫຼາຍ ຊະນິດທີ່ນຳເຂົ້າຜິດກົດໝາຍ ພ້ອມທັງປະກາດ ເຕືອນໃຫ້ຢຸດການກະ      ທຳ ດັ່ງກ່າວ, ເຊິ່ງເປັນການປາບປາມການສໍ້ລາດບັງຫຼວງຂອງປະເທດຟິລິບປິນ.

ປະທານາທິບໍດີ ໂຣດຼີໂກ ດູເຕີເຕ ເຂົ້າຮ່ວມ ພິທີທຳລາຍລົດລາຄາແພງທັງໝົດ 30 ຄົນ ລວມ ມູນຄ່າ 61.6 ລ້ານເປໂຊ ທີ່ລັກລອບນຳເຂົ້າ ແບບຜິດກົດໝາຍ; ເຊິ່ງມີຫຼາຍຍີ່ຫໍ້ ເຊັ່ນ: ຈາກົວ, ເລັກຊັດ, ຄໍແວດ, ສະຕິງເຣ, ເອດຢູວີຍີ່ປຸ່ນ ແລະ ລົດລາຄາແພງຂອງເຢຍລະມັນ ຖືກທຳລາຍຖິ້ມ ຢູ່ບ່ອນຈອດລົດຂອງສຳນັກງານພາສີແຫ່ງຊາດ ໃນນະຄອນຫຼວງມານິລາ ໂດຍລົດເຫຼົ່ານັ້ນຖືກ ຢຶດໄດ້ ຫຼັງຈາກກຸ່ມແກ້ງຄ້າຂາຍລົດນຳເຂົ້າຈາກ ຕ່າງປະເທດ. ການ ທຳລາຍດັ່ງກ່າວ, ເປັນສ່ວນໜຶ່ງຂອງການປາບປາມການສໍ້ລາດບັງຫຼວງ ລວມທັງການກວດລ້າງອາຊະຍາກຳ ແລະ ຢາເສບຕິດ ທີ່ເປັນນະໂຍບາຍການບໍລິຫານປະເທດໃນໄລຍະ 6 ປີ ທີ່ດຳລົງຕຳແໜ່ງຕາມວາລະ.

ຕາມປົກປະຕິແລ້ວລົດທີ່ລັກລອບນຳເຂົ້າ ແລະ ຖືກທາງການຢຶດໃນຟິລິບປິນ ຈະຖືກນຳອອກໄປປະມູນຂາຍ ໃນຕະຫຼາດ ແລະ ນຳເງິນເຂົ້າຄັງຂອງລັດ, ແຕ່ທ່ານ ດູເຕີເຕ ໄດ້ສັ່ງໃຫ້ທຳລາຍຖິ້ມເປັນເສດເຫຼັກ ເພື່ອບໍ່ໃຫ້ມີການ ນຳເອົາໄປໃຊ້ອີກ.