ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ກຸມພາ ນີ້ວ່າ: ທ່ານ ອັນໂຕນີໂອ ກູເຕີເຣັດ ເລຂາທິການໃຫຍ່ ອົງການສະ ຫະປະຊາຊາດ (ສປຊ) ສະແດງຄວາມກັງວົນຕໍ່ສະຖານະການປາແລັດສ໌ຕິນ ກັບອິດສ໌ຣາແອນ ແລະ ທ່ານໄດ້ຮຽກ ຮ້ອງໃຫ້ປະຊາຄົມໂລກ ສືບຕໍ່ແກ້ໄຂບັນຫາການປະທະກັນລະຫວ່າງສອງປະເທດ ໂດຍອີງຕາມແຜນການສ້າງເປັນ ສອງ ປະເທດໃຫ້ມີສັນຕິພາບຮ່ວມກັນ.

ທ່ານ ກູເຕີເຣັດ ກ່າວວ່າ: ການກະທຳຂອງອິດສ໌ຣາແອນ ທີ່ສືບຕໍ່ສ້າງຈຸດຕັ້ງຖິ່ນຖານຢູ່ເຂດຝັ່ງຕາເວັນຕົກແມ່ ນ້ຳຊອກດານີ ໄດ້ລະເມີດມະຕິທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ ແລະ ກົດໝາຍສາກົນ, ທັງເປັນການກະ ທຳທີ່ລະເມີດກົດໝາຍ ແລະ ສິ່ງກີດຂວາງສຳຄັນທີ່ຈະບັນລຸສັນຕິພາບ. ທ່ານກ່າວອີກວ່າ, ການກໍ່ເຫດສ້າງຄວາມ ຮ້າຍແຮງ ແລະ ກໍ່ໃຫ້ເກີດຄວາມຮ້າຍແຮງ ນັ້ນຈະສືບຕໍ່ເພີ່ມຄວາມຢ້ານກົວ ແລະ ບໍ່ ມີຄວາມເຊື່ອໝັ້ນຕໍ່ກັນ.

ນອກນັ້ນ, ທ່ານ ກູເຕີເຣັດ ໄດ້ສະແດງຄວາມເປັນຫ່ວງທີ່ສະຫະລັດ ອາເມລິກາ ໄດ້ ຫຼຸດຜ່ອນການຊ່ວຍເຫຼືອຕໍ່ສຳ ນັກງານກໍ່ສ້າງ ໂຄງການ ແລະ ກອບກູ້ຊາວອົບພະຍົບປາ ແລັດສ໌ຕິນ ຂອງອົງການສະຫະປະຊາຊາດ ໂດຍທ່ານ ກ່າວວ່າ: ການຂາດເງິນທຶນຊ່ວຍ ເຫຼືອ, ຈະສົ່ງກະທົບເຖິງຄວາມສາມາດຂອງ ອົງການ ສປຊ ໃນການສະໜອງ ວຽກງານ ການສຶກສາ ແລະ ບໍລິການປິ່ນປົວພະຍາດ ໃຫ້ແກ່ຊາວອົບພະຍົບປາແລັດສ໌ຕິນ. ສະ ພາບການດັ່ງກ່າວ ບໍ່ພຽງແຕ່ກະທົບເຖິງຊາວ ປາແລັດສ໌ຕິນ ຢູ່ເຂດຕາເວັນອອກກາງເທົ່ານັ້ນ, ແຕ່ຍັງກະທົບເຖິງຄວາມໝັ້ນຄົງຂອງ ເຂດຕາເວັນອອກກາງທັງໝົດນຳອີກ.