ໃນວັນທີ 6 ກຸມພາ ນີ້, ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ກອງບັນຊາການກຳລັງພິທັກຮັກສາ ຕຳຫຼວດປະຊາ ຊົນຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫຼວດປະຊາ ຊົນ (16 ກຸມພາ1953-16 ກຸມພາ 2018).

ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ ໂດຍທ່ານ ເຈີ່ນດ້າຍກວາງ ປະທານປະເທດ ສສ ຫວຽດນາມ, ທ່ານກ່າວວ່າ: ກຳລັງພິທັກຮັກສາຕຳຫຼວດປະຊາຊົນ ມີບົດບາດສຳຄັນພິເສດໃນການປ້ອງກັນຮັກສາຄວາມສະ ຫງົບ-ປອດ ໄພໃຫ້ແກ່ປະເທດຊາດ, ປ້ອງກັນຜູ້ນຳພັກ-ລັດ, ແຂກພາຍໃນ-ຕ່າງປະເທດ ແລະ ປະຊາຊົນ.

ທ່ານ ເຈີ່ນດ້າຍກວາງ ກ່າວອີກວ່າ: ບໍ່ວ່າຢູ່ສະພາບການໃດໆກໍຕາມ, ກຳລັງຕຳຫຼວດປະຊາຊົນ ກໍຕ້ອງຮັກສາ ຄວາມສະຫງົບປອດໄພແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພສັງຄົມ ໃຫ້ມີຄວາມໝັ້ນຄົງ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ເງື່ອນໄຂສະດວກ ເພື່ອສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.

ໃນພິທີ, ທ່ານ ເຈີ່ນດ້າຍກວາງ ຍັງໄດ້ປະດັບຫຼຽນໄຊ ປ້ອງກັນປະເທດຊາດ ຊັ້ນ 3 ໃຫ້ກຳລັງພິທັກຮັກສາຕຳຫຼວດ ປະຊາຊົນນຳອີກ ເພື່ອຊົມເຊີຍຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ ທີ່ຜ່ານມາ.