ໜັງສືພິມພີໂພເດລີຂອງຈີນ ລາຍງານໃນວັນທີ 7 ກຸມພາ ທີ່ຜ່ານມາ ວ່າ: ຕຳຫຼວດຈີນ 4 ຄົນ ທີ່ປະຈຳຢູ່ບໍລິເວນທາງເຂົ້າສະຖານີລົດໄຟສາຍຕາເວັນອອກຂອງເມືອງເຈິງໂຈ ເມືອງເອກຂອງມົນທົນເຫີໜານ ທາງພາກກາງຫາພາກຕາເວັນອອກຂອງຈີນ ໄດ້ໃສ່ແວ່ນກັນແດດພິເສດຕິດກ້ອງ ເຊື່ອມກັບອຸປະກອນຄ້າຍຄືສະມາດໂຟນ, ເຮັດໃຫ້ສາມາດຖ່າຍພາບໃບໜ້າຜູ້ຖືກສົງໃສ ແລ້ວປຽບທຽບກັບພາບໃນຖານຂໍ້ມຸນຂອງສຳນັກງານຕຳຫຼວດ. ແອບພຼີເຄຊັ່ນນີ້ຈະແຈ້ງຂໍ້ມູນສຳຄັນ ເຊັ່ນ: ຊື່ ແລະ ນາມສະກຸນ, ເຊື້ອຊາດ, ເພດ, ທີ່ຢູ່ໃຫ້ຜູ້ໃສ່ແວ່ນຮູ້. ນອກຈາກນີ້, ຍັງບອກໄດ້ອີກວ່າ ບຸກຄົນນີ້ລົບໜີການຈັບກຸມຂອງທາງການຢູ່ ຫຼື ບໍ ລວມໄປເຖິງທີ່ພັກໂຮງແຮມ ແລະ ຂໍ້ມູນການໃຊ້ອິນເຕີເນັດ.

ລາຍງານອ້າງອີງຈາກຕຳຫຼວດເມືອງເຈິງໂຈ ວ່າ: ແວ່ນກັນແດດໄຮເທັກນີ້ ຊ່ວຍໃຫ້ຈັບກຸມຜູ້ຖືກສົງໃສກໍ່ອາດຊະຍາກຳໄດ້ແລ້ວ 7 ຄົນ ແລະ ຜູ້ໃຊ້ບັດປະຊາຊົນປອມອີກ 26 ຄົນ; ເຖິງແມ່ນວ່າ ບຸກຄົນເຫຼົ່ານີ້ປະປົນຢູ່ກັບຜູ້ຄົນທີ່ກຳລັງເດີນທາງກັນຢ່າງເລັງດ່ວນໃນໄລຍະເທດສະການກຸດຈີນ ກໍຕາມ.

ຈີນ ພັດທະນາເທັກໂນໂລຊີຈົດຈຳໃບໜ້າໄດ້ຢ່າງໄວ ແລະ ເປັນທີ່ຕ້ອງການໃຊ້ໃນດ້ານການຄ້າຢ່າງກວ້າງຂວາງ ທັງທະນາຄານ, ຮ້ານອາຫານ, ສູນອອກກຳລັງກາຍ, ສາຍການບິນແທນການໃຊ້ບັດປະຈຳຕົວສະແດງຕົວຕົນ ແມ້ແຕ່ຫ້ອງນໍ້າກໍໃຊ້ເທັກໂນໂລຊີນີ້ ຈໍາກັດການໃຊ້ເຈ້ຍທິດຊູສິ້ນເປືອງ. ແນວໃດກໍຕາມ, ກຸ່ມສິດທິວິຈານວ່າ: ເທັກໂນໂລຊີ ອາດຖືກນຳໄປໃຊ້ໃນທາງທີ່ຜິດ ແລະ ລະເມີດຄວາມເປັນສ່ວນຕົວ.