ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ກຸມພາ ທີ່ຜ່ານມາ ວ່າ: ຫິມະຕົກໜັກທົ່ວພື້ນທີ່ທາງເໜືອຂອງຝຣັ່ງ ລວມທັງເຂດນະຄອນຫຼວງປາຣີ ສົ່ງຜົນໃຫ້ການຈະລາຈອນໄດ້ຮັບຜົນກະທົບໜັກທັງທາງລົດ, ລົດໄຟ ແລະ ເຮືອບິນ.

ທາງການຝຣັ່ງ ຕັ້ງບ່ອນພັກຊົ່ວຄາວຕາມແຄມຖະໜົນທົ່ວເຂດປາຣີ ລວມໄປເຖິງພື້ນທີ່ໃກ້ສະໜາມບິນອໍລີ, ສະຖານີລົດໄຟອອດສະແຕລີດ, ສະຖານີລົດໄຟມົງປານາດ, ຜູ້ຂັບຂີ່ຫຼາຍຮ້ອຍຄົນຕ້ອງນອນຄ້າງຄືນໃນລົດ ຂະນະທີ່ອີກ 700 ຄົນ ນອນຕາມສະຖານີລົດໄຟ ລວມມີຜູ້ນອນຄ້າງຫຼາຍເຖິງ 1.500 ຄົນ. ສະໜາມບິນອໍລີ ຕ້ອງຍົກເລີກຖ້ຽວບິນບາງຖ້ຽວ, ສ່ວນບໍລິການເເລ່ນລົດໄຟກໍຖືກກະທົບໜັກ ທັງລົດໄຟລະຫວ່າງພາກພື້ນ ແລະ ລົດໄຟໃຕ້ດິນ ພາຍໃນນະຄອນຫຼວງປາຣີ.

ໂຄສົກລັດຖະບານ ຖະແຫຼງວ່າ: ທາງການພະຍາຍາມເຮັດໃຫ້ການຈະລາຈອນເກີດຄວາມວຸ້ນວາຍໜ້ອຍທີ່ສຸດເທົ່າທີ່ຈະເຮັດໄດ້ ແຕ່ເນື່ອງຈາກມີຫິມະຕົກຫຼາຍຜິດປົກກະຕິ ເຮັດໃຫ້ສາທາລະນຸປະໂພກທີ່ມີຢູ່ບໍ່ສາມາດຮັບມືໄດ້; ປົກກະຕິແລ້ວຈະມີຫິມະຕົກໜັກປະມານ 2 ຄັ້ງ ໃນທຸກໆ 4-5 ປີ, ຄັ້ງນີ້ຊານເມືອງຂອງນະຄອນຫຼວງປາຣີ ມີຫິມະຕົກໜາຢ່າງໜ້ອຍ 15 ຊັງຕີແມັດ ຫຼາຍທີ່ສຸດນັບຕັ້ງແຕ່ປີ 2013.

ຫໍໄອເຟວ ທີ່ເປັນສັນຍາລັກຂອງນະຄອນຫຼວງປາຣີ ແລະ ສະຖານທີ່ທ່ອງທ່ຽວນິຍົມປິດຕັ້ງແຕ່ ວັນທີ 6 ກຸມພາ ກ່ອນຫິມະຕົກໜັກ. ມີຄຳເຕືອນວ່າ: ສະພາບອາກາດຈະໜາວຈັດຕໍ່ໄປອີກຫຼາຍວັນ ເພາະມີພາຍຸຫິມະ ໂດຍຄາດວ່າອຸນຫະພູມອາດຕິດລົບ 7 ອົງສາເຊ ໄປອີກຫຼາຍມື້.