Malaysia Prime Minister Najib Razak (L) shakes hands with Singapore's Prime Minister Lee Hsien Loong (R) after the press conference of the leaders retreat in Singapore on February 19, 2013. Singapore and Malaysia announced plans February 19 to build a high-speed rail link, fuelling hopes that Southeast Asia could one day enjoy a rapid European-style train system connected to China. AFP PHOTO / ROSLAN RAHMAN

ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ກຸມພາ ນີ້ວ່າ: ທ່ານ ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ​ໄດ້​ປະ​ກາດ​ວ່າ: ມາ​ເລ​ເຊຍ ​ແລະ ​ສິງ​ກະ​ໂປ​ ຈະ​ສ້າງ​ກົນ​ໄກ​ການ​ເຊື່ອມ​ຈອດ​ຕະ​ຫຼາດ​ຫຸ້ນ​ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ຊຸກ​ຍູ້​ດ້ານເສດຖະກິດການຄ້າ ແລະ ການລົງທຶນໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ.

ທ່ານ ນາ​ຈິບ ຕຸນ ຣາ​ຊັກ ກ່າວຢູ່​ໃນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​​ຄະ​ນະ​ກຳ​ມະ​ການ​ຫຼັກ​ຊັບຂອງ​ມາ​ເລ​ເຊຍ​ ໃນ​ວັນທີ 6 ກຸມພາ ຜ່ານມາ, ໂດຍ​ການເຂົ້າຮ່ວມຂອງ ທ່ານ ລີ​ຊຽນ​ລຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ; ເຊິ່ງທັງສອງຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຕະ​ຫຼາດ​ຫຸ້ນ​ຂອງ​ສອງ​ປະ​ເທດ​ໄດ້ມີການ​ພັດ​ທະ​ນາ​ຂຶ້ນ​ຮອດ​ລະ​ດັບ​ທີ່​ເໝາະ​ສົມ​ໃນ​ການ​ສ້າງ​ກົນ​ໄກ​ການ​ເຊື່ອ​ມ​ຈອດ​ກັນ.

ທ່ານ ນາ​ຈິບ ກ່າວອີກ​ວ່າ: ​ຕະ​ຫຼາດ​ຫຼັກ​ຊັບ​ທີ່​ກ່ຽວ​ຂ້ອງ​ເຖິງກົນ​ໄກ​ດັ່ງ​ກ່າວ, ​ລວມ​ມີ​ວິ​ສາ​ຫະ​ກິດ 1.600 ກວ່າ​ແຫ່ງ, ມີ​ມູນ​ຄ່າ​ເຖິງ 1.200 ຕື້​ໂດ​ລາ​ສະ​ຫະ​ລັດ; ເຊິ່ງກົນ​ໄກ​ໃໝ່​ຈະ​ສະ​ໜອງ​ທາງ​ເລືອກ​ດ້າ​ນ​ການ​ລົງ​ທຶນໃຫ້​ແກ່​ນັກ​ລົງ​ທຶນຫຼາຍກວ່າ​ເກົ່າ,​ ພ້ອມທັງຊຸກ​ຍູ້​ດ້ານການ​ຄ້າ ​ແລະ ​ລະ​ດັບການຂະຫຍາຍຕົວ​ຂອງ​ຕະ​ຫຼາດ​ຂອງສອງ​ປະ​ເທດໃຫ້ດີຂຶ້ນກວ່າເກົ່າ.