ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ນີ້ວ່າ: ລັດຖະບານຝຣັ່ງ ປະກາດແຜນການກຽມເພີ່ມງົບປະມານ ດ້ານການທະຫານອີກ 40% ເພື່ອໃຫ້ສຳເລັດຕາມເປົ້າໝາຍຂອງອົງການນາໂຕ ພາຍໃນ 7 ປີ ຂ້າງໜ້າ.

ທ່ານ ນາງ ຟໍເຣນ ປາລີ ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ກ່າວວ່າ: ຄະນະລັດຖະມົນຕີຂອງຝຣັ່ງ ມີຄວາມເຫັນດີເປັນເອກະພາບເພີ່ມງົບປະມານທາງການທະຫານ ຈາກ 34.200 ລ້ານເອີໂຣ ສຳລັບປີ 2018 ເພີ່ມຂຶ້ນເປັນ 50.000 ລ້ານເອີໂຣ, ຖືເປັນງົບປະມານທີ່ເພີ່ມຂຶ້ນສູງຫຼາຍກວ່າ 40% ແລະ ຖ້າຄິດເປັນອັດຕາລວມຂອງຜະລິດຕະພັນພາຍໃນປະເທດ (GDP) ແມ່ນ 1,82%, ເຊິ່ງເຂົ້າໃກ້ເປົ້າໝາຍຂອງອົງການສົນທິສັນຍາ ແອັດແລນຕິກເໜືອ (ນາໂຕ) ທີ່ຕ້ອງການໃຫ້ງົບປະມານປ້ອງກັນປະເທດຂອງບັນດາປະເທດສະມາຊິກນາໂຕ ມີສ່ວນຮ່ວມ 2% ຂອງ GDP.

ນອກຈາກນີ້, ຮ່າງແຜນງົບປະມານປ້ອງກັນປະເທດສະບັບໃໝ່ຂອງຝຣັ່ງ ຍັງລວມເຖິງການເພີ່ມຄ່າຕອບແທນໃຫ້ທະຫານ ເພື່ອສ້າງແຮງດຶງດູດໃນການພັດທະນາຄວາມເຂັ້ມແຂງຂອງກອງທັບ, ການຍົກລະດັບສະຫວັດດີການໃຫ້ແກ່ບັນດາເຈົ້າໜ້າທີ່ ແລະ ສະມາຊິກໃນຄອບຄົວ. ນອກນັ້ນ, ການຂະຫຍາຍຂອບເຂດຄວາມເຂັ້ມແຂງຂອງກອງທັບ ລວມທັງການຈັດຊື້ອາວຸດທີ່ຈຳເປັນສຳລັບປະຕິບັດການພາກສະໜາມ, ການຈັດຊື້ອາວຸດຮຸ່ນໃໝ່ ແລະ ການປັບປຸງຄັງແສງນິວເຄຼຍ ເພື່ອໃຫ້ມີຄວາມພ້ອມຮັບມືກັບໄພຂົ່ມຂູ່ຈາກການກໍ່ການຮ້າຍ.

ແນວໃດກໍຕາມ, ສຳນັກງານງົບປະມານແຫ່ງຊາດຂອງຝຣັ່ງ ໄດ້ອອກຖະແຫຼງຂ່າວເພື່ອເຕືອນປະທານາທິບໍດີ ເອັມມານູແອນ ມາຄຣົງ ເລື່ອງການປະຕິຮູບງົບປະມານ ເພື່ອຫຼຸດພາລະໜີ້ສາທາລະນະຂອງຝຣັ່ງ ທີ່ສູງເປັນອັນຕົ້ນໆຂອງບັນດາປະເທດສະມາຊິກສະພາບເອີຣົບ (EU) ໂດຍປັດຈຸບັນມີມູນຄ່າຢູ່ທີ່ປະມານ 2,2 ລ້ານ, ສະ ເລ່ຍແລ້ວ 96,8% ຂອງ GDP.