ວັນທີ 30 ມັງກອນ 2018, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ເຂົ້າກວດຄົ້ນເຮືອນເປົ້າໝາຍຄ້າຂາຍຢາເສບຕິດ ສາມາດຈັບຜູ້ຂາຍໄດ້ 2 ຄົນ, ພົບເຄື່ອງຂອງກາງທີ່ພົວພັນກັບການຊື້-ຂາຍຢາເສບຕິດ, ໃນນີ້ ມີຢາບ້າ 1.400 ກວ່າເມັດ, ເງິນ 120 ລ້ານກວ່າກີບ ແລະ ອາວຸດປືນ.

ເຈົ້າໜ້າທີ່ ປກສ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຜູ້ຖືກຫາຄ້າຂາຍຢາເສບຕິດ 2 ຄົນ ຊື່ທ້າວ ອູ່ຫິນ ອາຍຸ 35 ປີ ແລະ ນາງ ໄນຝິ່ນ ອາຍຸ 32 ປີ ທັງສອງຢູ່ບ້ານສີເມືອງ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ກວດຄົ້ນພົບຂອງກາງຢາເສບຕິດ ປະເພດຢາບ້າ ຈໍານວນ 1.406 ເມັດ ໂທລະສັບ 3 ເຄື່ອງ, ຢາຝິ່ນຈໍານວນ 21 ກ້ອນ ໜັກ 16,4 ກຼາມ, ເງິນຈໍານວນ 124.000.000 ກີບ, ປືນແກັບ 1 ກະບອກ, ປຶ້ມເງິນຝາກ 5 ຫົວ, ເງິນບາດ 10.000 ບາດ, ອຸປະກອນຍິງປືນແກັບ 1 ຊຸດ, ລົດຈັກ 1 ຄັນ. ສ່ວນຜູ້ມົ້ວສຸມເສບຢາເສບຕິດຊື່ ທ້າວ ເກົາມ່ວງ ອາຍຸ 35 ປີ ປະຊາຊົນບ້ານສີເມືອງ ເມືອງໄຊຍະບູລີ. ປັດຈຸບັນ, ຄະດີດັ່ງກ່າວພວມຢູ່ໃນຂັ້ນຕອນສອບສວນ ເພື່ອຂະຫຍາຍຜົນຕໍ່ໄປ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ເວລາປະມານ 11:00 ໂມງ ຂອງວັນທີ 25 ມັງກອນ 2018, ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເຂົ້າກວດຄົ້ນເຮືອນຂອງ ນາງ ໜູ ອາຍຸ 38 ປີ ປະຊາຊົນບ້ານຫ້ວຍບູຮາ ເມືອງແກ່ນທ້າວ ແຂວງໄຊຍະບູລີ ພົບເຫັນຢາບ້າ ຈຳນວນ 170 ເມັດ ຈຶ່ງໄດ້ກັກຕົວດຳເນີນຄະດີຕາມລະບຽບກົດໝາຍ.