ກອງບັນຊາການ ປກສ ແຂວງຈຳປາສັກ ເປີດກອງປະຊຸມສະຫຼຸບວຽກງານ ປກສ ປະຈຳປີ 2017 ແລະ ວາງທິດທາງແຜນການໃນຕໍ່ໜ້າ. ໃນຕອນເຊົ້າຂອງວັນທີ 5 ກຸມພາ 2018 ພາຍໃຕ້ການເປັນປະທານຂອງ ພົຈວ ສີພັນ ວົງເຮືອງຄໍາ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະພັກ, ຄະນະບັນຊາຈາກບັນດາຫ້ອງ, ກອງບັນຊາການ ປກສ 10 ເມືອງ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ ປກສ ຊັ້ນກາງ ເລກ 3 ຕະຫຼອດຮອດພະນັກງານຫຼັກແຫຼ່ງ, ພະນັກງານສະມາຊິກພັກອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພັທ ສຸກັນ ໄຕໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜ່ານບົດສະຫຼຸບວ່າ: ໃນ 1 ປີຜ່ານມາ, ທົ່ວແຂວງຈຳປາສັກ ມີຄະດີອາຍາເກີດຂຶ້ນທັງໝົດ 624 ເລື່ອງ, ໃນນັ້ນ ສາມາດມ້າງໄດ້ 328 ເລື່ອງ, ຈັບຜູ້ຖືກຫາໄດ້ 393 ຄົນ ຍິງ 8 ຄົນ, ເກັບກູ້ເຄື່ອງຂອງກາງປະເພດລົດຈັກ 146 ຄັນ, ຄຳ 7 ບາດ, ເງິນກີບ 10 ລ້ານກວ່າກີບ, ເງິນບາດ 1 ໝື່ນກວ່າບາດ, ອາວຸດເສິກປະເພດປືນສັ້ນ 7 ກະບອກ ພ້ອມລູກປືນ 46 ລູກ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ; ນອກນັ້ນ, ຍັງໄດ້ສຸມໃສ່ການເຮັດວຽກງານ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເຊິ່ງສາມາດມ້າງໄດ້ 355 ເລື່ອງ, ກັກຜູ້ຖືກຫາໄດ້ 710 ຄົນ ຍິງ 77 ຄົນ, ຄົນຕ່າງປະເທດ 15 ຄົນ, ຢຶດຂອງກາງຢາບ້າໄດ້ 239.920 ເມັດ, ຢາໄອ 3.367,23 ກຼາມ, ໝາກແຕກ 2 ໜ່ວຍ, ລົດໃຫຍ່ 28 ຄັນ, ລົດຈັກ 164 ຄັນ, ອາວຸດເສິກ 12 ກະບອກ, ພ້ອມລູກ 131 ລູກ, ໂທລະສັບມືຖື 483 ໜ່ວຍ, ເງິນກີບ 300 ກວ່າລ້ານກີບ, ເງິນບາດ 3 ລ້ານກວ່າບາດ, ເງິນໂດລາ 444 ໂດລາ, ເງິນດົ່ງ 1 ລ້ານກວ່າດົ່ງ, ອຸປະກອນເສບ 46 ຊຸດ ແລະ ປະເພດເຄື່ອງຂອງກາງອີກຈຳນວນໜຶ່ງ. ນອກນັ້ນ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 807 ຄັ້ງ, ໃນນັ້ນ ມີພາຫະນະເປ່ເພທັງໝົດ 1.405 ຄັນ, ໃຊ້ການບໍ່ໄດ້ 28 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 1.554 ຄົນ ຍິງ 191 ຄົນ, ເຈັບສາຫັດ 236 ຄົນ ຍິງ 8 ຄົນ, ເສບຊີວິດ 109 ຄົນ ແລະ ຄະດີອັກຄີໄພເກີດຂຶ້ນທັງໝົດ 37 ຄັ້ງ; ໃນນັ້ນ, ໄໝ້ເຮືອນ 25 ຫຼັງ, ໄໝ້ໂຮງງານໄມ້ແປຮູບ 1 ຄັ້ງ, ໄມ້ຮ້ານສ້ອມແປງລົດໃຫຍ່ 1 ຮ້ານ, ໄໝ້ສາງເກັບເຄື່ອງ 1 ຄັ້ງ ແລະອື່ນໆ.

ໃນຕອນທ້າຍກອງປະຊຸມ, ປະທານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກກອງບັນຊາການ ປກສ ແຂວງຈຳປາສັກ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາ, ພະນັກງານຫຼັກແຫຼ່ງໃນກຳລັງປ້ອງກັນຄວາມສະຫງົບແຂວງຈຳປາສັກ ຈົ່ງພ້ອມກັນເອົາໃຈໃສ່ຊີ້ນຳໆພາສຶກສາອົບຮົມວຽກງງານການເມືອງ-ແນວຄິດໃຫ້ພະນັກາງນສະມາຊິກພັກຢ່າງເປັນປະຈຳ, ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມແຂງ, ມີແບບແຜນວິທີເຮັດວຽກ, ສືບຕໍ່ຫັນເອົາພະນັກງນລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ, ປຸກລະດົມຂົນຂວາຍພໍ່-ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມໃນການປະກອບສ່ວນເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ພັກ-ລັດ ແລະ ປະຊາຊົນ ມອບໝາຍໃຫ້