ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ເປີດຝຶກອົບຮົມວຽກງານກໍ່ສ້າງຮາກຖານການເມືອງຂອງກອງຮ້ອຍ I ໃນວັນທີ 8 ກຸມພາ 2018 ໂດຍການເຂົ້າຮ່ວມຂອງ ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ, ມີເຈົ້າເມືອງຈັນທະບູລີ, ຄະນະກອງບັນຊາການ ປກສ ນວ, ແຂກຮັບເຊີນທີ່ກ່ຽວຂ້ອງ ແລະ ພະນັກງານກໍ່ສ້າງຮາກຖານເຂົ້າຮ່ວມ.

ພັທ ຊຽງພັນ ອິນທະປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ກ່າວວ່າ: ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈະໄດ້ຮັບຟັງ ແລະ ເຊື່ອມຊຶມຂໍ້ຕົກລົງສະບັບເລກທີ 194/ຈມ.ຈລ ລົງວັນທີ 30 ມັງກອນ 2018 ວ່າດ້ວຍການແຕ່ງຕັ້ງ-ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ເມືອງຈັນທະບູລີ, ແຜນການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ເພື່ອຈັດຕັ້ງປະຕິບັດໃນຫົວ ຂໍ້ I ແຜນງານ, 10 ໂຄງການ ແລະ 52 ກິດຈະກໍາ, ຮ່າງວຽກສະຖິຕິເປັນກິດຈະກໍາເຄື່ອນໄຫວວຽກງານສໍາມະໂນຄົວ ແລະ ວຽກງານຄຸ້ມຄອງຄົນຕ່າງປະເທດ ພ້ອມທັງໃຫ້ພະນັກງານລົງກໍ່ສ້າງຮາກຖານໄດ້ປະກອບຄໍາຄິດເຫັນ ເພື່ອຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບກ່ອນລົງເດີນສໍາຫຼວດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ໃນຕອນທ້າຍ, ພົຈວ ຄໍາສາຍ ຈັນທະວົງ ໄດ້ມີທິດຊີ້ນໍາຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ໃຫ້ນໍາເອົາເນື້ອໃນເອກະສານທີ່ໄດ້ເຊື່ອມຊຶມໄປຈັດຕັ້ງປະຕິບັດເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ ຂອງເມືອງຈັນທະບູລີ ໃຫ້ໄດ້ຮັບໝາກຜົນສູງ.