ໃນວັນທີ 8 ກຸມພາ 2018, ກົມໃຫຍ່ການເມືອງ ກະຊວງ ປກສ ແລະ ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ (ວປສ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ (20 ມັງກອນ 1949-20 ມັງກອນ 2018) ເພື່ອໃຫ້ພະນັກງານຫຼັກແຫຼ່ງ, ຄູ-ອາຈານ ແລະ ນັກສຶກສາ ໄດ້ຮັບຮູ້ເຖິງມູນເຊື້ອພິລະອາດຫານ, ໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ທີ່ຍາດມາໄດ້ໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນການປະຕິບັດໜ້າທີ່ຂອງທົ່ວກຳລັງ ປກສ ໃນໄລຍະໃໝ່ໃຫ້ເປັນຂະບວນຟົດຟື້ນ.

ໃຫ້ກຽດປາຖະກະຖາໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ແລະ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ, ເຊິ່ງທັງສອງທ່ານໄດ້ຍົກໃຫ້ເຫັນປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບລາວອິດສະຫຼະ (ກອງທັບປະຊາຊົນລາວໃນປັດຈຸບັນ) ນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ທີ່ໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດເຮົາແຕ່ປວງຊົນລາວທັງຊາດບໍ່ຍອມເປັນຂ້ອຍຂ້າ ຈຶ່ງໄດ້ພ້ອມກັນລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານບໍ່ຍອມຈຳນົນຢ່າງເປັນຂະບວນການກວ້າງຂວາງໃນທົ່ວປະເທດ ຈົນມາຮອດວັນທີ “20 ມັງກອນ ປີ 1949” ກອງທັບລາວອິດສະຫຼະ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ ທຳອິດເອີ້ນວ່າ ” ກອງລາດຊະວົງ ” ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງ. ນັບແຕ່ນັ້ນມາໄດ້ຖືເອົາວັນທີ 20 ມັງກອນ ປີ 1949 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ (ວັນທີ 1 ຕຸລາ 1965 ໄດ້ປ່ຽນຊື່ມາເປັນກອງທັບປົດປ່ອຍປະຊາຊົນລາວ ແລະ ວັນທີ 16 ກໍລະກົດ 1982 ປ່ຽນຊື່ມາເປັນກອງທັບປະຊາຊົນລາວຈົນເຖິງປັດຈຸບັນ).

ກອງທັບປະຊາຊົນລາວ ໄດ້ກຳເນີດເຕີບໃຫຍ່ພາຍໃຕ້ການຊີ້ນຳ-ນຳພາ ແລະ ການສຶກສາອົບຮົມຈາກພັກ; ເປັນຂີດໝາຍໃໝ່ ແລະ ແມ່ນບາດກ້າວກະໂດດທີ່ສຳຄັນທີ່ຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ເຂັ້ມແຂງຂອງກອງກຳລັງປະກອບອາວຸດປະຕິວັດ, ເປັນການສືບທອດມູນເຊື້ອພິລະອາດຫານຂອງບັນພະບູລຸດຂອງລາວ. ຍິ່ງຕີກໍຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດກ້າວຂຶ້ນຮອດບ່ອນໃດກອງທັບເຮົາກໍຂະຫຍາຍຕົວຮອດບ່ອນນັ້ນ, ເປັນກຳລັງຫຼັກແຫຼ່ງໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອຄວາມສົມບູນພູນສຸກ ແລະ ຄວາມວັດທະນະຖາວອນຂອງປະເທດຊາດ ຢ່າງແທ້ຈິງ.