ປີ 2017 ທົ່ວກຳລັງປ້ອງກັນທີ່ຕັ້ງ (ກຳລັງ ປຕ) ໄດ້ເຄື່ອນໄຫວປະຕິບັດວຽກງານວິຊາສະເພາະ ຕາມພາລະບົດບາດ, ໜ້າທີ່ໃນການປ້ອງກັນຜູ້ນໍາພັກ-ລັດ, ສໍານັກງານ-ອົງການ, ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມ, ສະຖານທູດ, ອົງການຈັດຕັ້ງສາກົນປະຈໍາຢູ່ ສປປ ລາວ ແລະ ສະຖານທີ່ຕັ້ງຍຸດທະສາດສໍາຄັນ ແມ່ນມີຄວາມສະຫງົບປອດໄພ ໂດຍພື້ນຖານ.

ໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປ້ອງກັນທີ່ຕັ້ງ ປະຈໍາປີ 2017 ແລະ ວາງທິດທາງປີ 2018 ໃນວັນທີ 8 ກຸມພານີ້, ເປັນກຽດເຂົ້າຮ່ວມໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ, ພາຍໃຕ້ການເປັນປະທານໂດຍ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການເຂົ້າຮ່ວມ; ເຊິ່ງ ພັອ ປອ ທອງແດງ ຄຳພິທູນ ຮອງຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ປີຜ່ານມາ ຄະນະພັກ-ຄະນະບັນ ຊາກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ກໍຄືກຳລັງ ປຕ ເຄື່ອນໄຫວປະຕິບັດວຽກງານປ້ອງກັນຜູ້ນໍາພັກ-ລັດ, ສໍານັກງານ-ອົງການ, ພື້ນຖານເສດຖະກິດ, ວັດທະນະທໍາ-ສັງຄົມ, ສະຖານທູດ, ອົງການຈັດຕັ້ງສາກົນທີ່ປະຈໍາຢູ່ ສປປ ລາວ ແລະ ສະຖານທີ່ຕັ້ງຍຸດທະສາດສໍາຄັນໃນຂົງເຂດຄວາມຮັບຜິດຊອບ ສາມາດຮັບປະກັນຄວາມສະຫງົບປອດໄພ ໂດຍພື້ນຖານ; ໂດຍໄດ້ມີການຈັດຕັ້ງກໍາລັງເຂົ້າປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ-ລະດັບສາກົນ, ງານສຳຄັນຕ່າງໆຂອງພັກ-ຂອງຊາດ, ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າແຕ່ສູນກາງລົງຮອດທ້ອງຖິ່ນ ລວມທັງໝົດ 19.856 ຄັ້ງ, ພ້ອມນີ້ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຈັດຕັ້ງກຳລັງເຂົ້າປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ອອກກວດກາລາດຕະເວນຕາມຂອບເຂດຮັບຜິດຊອບຂອງຕົນໃນແຕ່ລະມື້ເປັນປົກກະຕິ ສາມາດຮັກສາຄວາມສະຫງົບ-ປອດໄພ 100%.

ປີ 2018, ຄະນະພັກ-ຄະນະກອງບັນຊາການປ້ອງກັນທີ່ຕັ້ງ ຈະສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ອຳນວຍຄວາມສະດວກຊຸກຍູ້ໃຫ້ກຳລັງ ປຕ ເພີ່ມທະວີວຽກງານປ້ອງກັນເວນຍາມບັນດາຈຸດທີ່ຕັ້ງທີ່ຂຶ້ນກັບຄວາມຮັບຜິດຊອບໃຫ້ຮັບປະກັນຄວາມສະຫງົບປອດໄພ, ສຸມໃສ່ປ້ອງກັນງານສຳຄັນຕ່າງໆຂອງພັກ-ຂອງຊາດ ເຊັ່ນ: ປ້ອງກັນກອງປະຊຸມແຂກພາຍໃນ ແລະ ຕ່າງປະເທດ, ງານສະເຫຼີມສະຫຼອງ, ງານຊຸມນຸມ, ງານລ້ຽງ, ບຸນປະເພນີຕ່າງໆ, ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ ແລະອື່ນໆ ໃຫ້ມີຄວາມສະຫງົບ-ປອດໄພ, ຊີ້ນຳ-ນຳພາຈັດຕັ້ງກຳລັງເຂົ້າປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ອອກກວດກາລາດຕະເວນຕາມຈຸດເປົ້າໝາຍຢ່າງຕໍ່ເນື່ອງ ເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຮັດໃຫ້ມີສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.