ໃນວັນທີ 8 ກຸມພາ ຜ່ານມານີ້, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ສສ ຫວຽດນາມ ແລະ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດ ສປ ຈີນ ໄດ້ແລກປ່ຽນສານອວຍພອນປີໃໝ່ ເນື່ອງໃນໂອກາດທີ່ປະຊາຊົນຂອງສອງປະເທດ ສສ ຫວຽດນາມ ແລະ ສປ ຈີນ ຈັດງານສະເຫຼີມສະຫຼອງເນື່ອງໃນງານບຸນປີໃໝ່ (ບຸນເຕັດປະຈຳຊາດ ປີຈໍ).

ທ່ານ ຫງວຽນຝູຈ້ອງ ແລະ ທ່ານ ສີຈິ້ນຜິງ ການນຳຂັ້ນສູງຂອງສອງປະເທດ ແມ່ນໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການພັດທະນາຂອງສາຍພົວພັນມິດຕະພາບລະຫວ່າງ ສສ ຫວຽດນາມ ແລະ ສປ ຈີນ ໃນປີຜ່ານມາ ແລະ ຜູ້ນຳທັງສອງທ່ານ ຍັງໄດ້ຢັ້ງຢືນເຖິງຄວາມປາດຖະໜາ ແລະ ຕັດສິນໃຈສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມຂອງສອງປະເທດ ແລະ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ-ສອງລັດ ໃຫ້ມີການສືບຕໍ່ພັດທະນາຢ່າງກວ້າງຂວາງກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນສອງປະເທດມີຄວາມໝັ້ນຄົງ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ.

ທ່ານ ຫງວຽນຝູຈ້ອງ ໄດ້ອວຍພອນແດ່ການນຳ ແລະ ປະຊາຊົນ ສປ ຈີນ ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ຈີນ ທີ່ເປັນມູນເຊື້ອນີ້ໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຜາສຸກຕະຫຼອດໄປ. ພ້ອມນັ້ນ, ທ່ານ ສີຈິ້ນຜິງ ກໍອວຍພອນການນຳ ແລະ ປະຊາຊົນ ສສ ຫວຽດນາມ ມີສຸຂະພາລະນາໄມເຂັ້ມແຂງ ແລະ ຍາດໄດ້ຜົນງານອັນຍິ່ງໃຫຍ່ຫຼາຍດ້ານໃນປີ 2018.