ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກຸມພາ ນີ້ວ່າ: ລັດຖະມົນຕີກະຊວງເສດຖະກິດການຄ້າ ຫຼື ຜູ້ຕາງໜ້າຂອງ 16 ປະເທດສະມາຊິກສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື Regional Comprehensive Economic Partnership (RCEP) ໄດ້ຈັດກອງປະຊຸມເຈລະຈາຮອບທີ 21 ຢູ່ໂຢມາຢາກາ ປະເທດອິນໂດເນເຊຍ.

ທ່ານ ເອັງກາເຕຍ ສະໂຕລູກີຕາ ລັດຖະມົນຕີກະຊວງການຄ້າອິນໂດເນເຊຍ ກ່າວວ່າ: ບັນດາຜູ້ຕາງໜ້າເຫັນວ່າ ການເຈລະຈາກ່ຽວກັບສັນຍາ RCEP ໄດ້ຮັບຄວາມຄືບໜ້າຢ່າງກວ້າງຂວາງ, ບັນດາປະເທດສະມາຊິກທັງໝົດ ແມ່ນມີຄວາມເຫັນດີເປັນເອກະພາບໃນການເຈລະຈາກ່ຽວກັບຫົວຂໍ້ທີ່ກ່ຽວຂ້ອງພາຍໃນປີນີ້.

RCEP ຖືວ່າເປັນສັນຍາ ວ່າດ້ວຍການຄ້າເສລີທີ່ໃຫຍ່ທີ່ສຸດໃນຂອບເຂດທົ່ວໂລກ ເພາະໄດ້ປົກຄຸມປະຊາກອນເກືອບເຄິ່ງໜຶ່ງຂອງໂລກ, ລວມທັງຍອດຜະລິດຕະພັນພາຍໃນ ຫຼື GDP ຂອງປະເທດເຫຼົ່ານີ້ມີເຖິງ 23.800 ຕື້ໂດລາສະຫະລັດ. ສັນຍາດັ່ງກ່າວ ເປັນໜຶ່ງໃນສັນຍາ ວ່າດ້ວຍການຄ້າເສລີ ທີ່ໄດ້ຮັບການເອົາໃຈໃສ່ຈາກອິນໂດເນເຊຍ ຫຼາຍທີ່ສຸດ. ນອກນັ້ນ, ມັນຍັງມີຜົນດີຕໍ່ການຊຸກຍູ້ການສົ່ງອອກຂອງອິນໂດເນເຊຍ ແລະ ຍັງຈະສາມາດດຶງດູດທຶນການຄ້າໃຫ້ຫຼາຍຂຶ້ນກວ່າເກົ່ານຳອີກ.