ຂ່າວຕ່າງປະເທດລາຍງານໃນວັນທີ 9 ກຸມພາ ນີ້ວ່າ: ແຂວງອິຊະຄະວະ ແລະ ຟຸຕຸອິ ໃນພາກຕາເວັນຕົກສຽງເໜືອຂອງຍີ່ປຸ່ນ ກຳລັງປະເຊີນກັບສະພາບອາກາດໜາວທີ່ສຸດຈາກອິດທິພົນຂອງພາຍຸຫິມະທີ່ພັດຖະຫຼົ່ມ ຕັ້ງແຕ່ວັນທີ 6 ກຸມພາ ຜ່ານມາ, ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 7 ຄົນ ແລະ ໄດ້ຮັບບາດເຈັບອີກ 30 ກວ່າຄົນ.

ຫິມະທີ່ຕົກລົງມາຢ່າງຮ້າຍແຮງ ແລະ ຕິດຕໍ່ກັນຫຼາຍວັນຄັ້ງນີ້, ເຮັດໃຫ້ລົດຍົນຫຼາຍກວ່າ 1.500 ຄັນ ຕ້ອງຕິດຄ້າງຢູ່ຕາມເສັ້ນທາງສາຍຕ່າງໆເປັນໄລຍະຍາວກວ່າ 20 ກິໂລແມັດ. ຫຼ້າສຸດ, ເຈົ້າໜ້າທີ່ທາງການຂອງຍີ່ປຸ່ນ ໄດ້ລະດົມກຳລັງຊ່ວຍກວາດຫິມະ ເພື່ອເປັນພື້ນທີ່ການຈະລາຈອນແລ້ວ ແຕ່ຍັງມີລົດຍົນອີກປະມານ 300 ກວ່າຄັນທີ່ຈອດປະໄວ້ຢູ່ຕາມຖະໜົນ.

ຊາວຍີ່ປຸ່ນຈຳນວນຫຼວງຫຼາຍຕ້ອງປະເຊີນກັບຄວາມໜາວຢູ່ຕາມຖະໜົນ ແລະ ມີຄົນອີກຈຳນວນໜຶ່ງໄດ້ຕັດສິນໃຈຍ່າງຜ່ານຫິມະເປັນເວລາຫຼາຍຊົ່ວໂມງ ເພື່ອກັບເມືອເຮືອນເພາະບໍ່ສາມາດທົນຕໍ່ຄວາມໜາວໄດ້. ຂະນະທີ່ຜູ້ຄົນບາງກຸ່ມໄດ້ພາກັນຊື້ສິນຄ້າປະເພດອຸປະໂພກ-ບໍລິໂພກເກັບໄວ້ ເຮັດໃຫ້ຫ້າງຊັບພະສິນຄ້າຫຼາຍແຫ່ງບໍ່ມີສິນຄ້າໄວ້ໃຫ້ບໍລິການລູກຄ້າ ເນື່ອງຈາກບໍ່ສາມາດເອົາສິນຄ້າເຂົ້າໄປເພີ່ມໄດ້ ເພາະການຈະລາຈອນຕິດຂັດຈາກພາຍຸຫິມະ.

ນອກຈາກນີ້, ພາຍຸຫິມະຍັງເຮັດໃຫ້ການຄົມມະນາຄົມຂົນສົ່ງໃນພາກຕາເວັນຕົກຂອງຍີ່ປຸ່ນຕິດຂັດ, ທາງການລົດໄຟຂອງຍີ່ປຸ່ນ ໄດ້ປະກາດຍົກເລີກການບໍລິການລົດໄຟ 88 ຖ້ຽວ ແລະ ສະໜາມບິນ ໄດ້ປະກາດຢຸດບໍລິການ 42 ຖ້ຽວບິນ.