ຂ່າວຕ່າງປະເທດລາຍງານວ່າ: ກະຊວງກະສິກຳຂອງອາຣັບບີ ຊາອຸດິດ ອອກຖະແຫຼງການໃນວັນທີ 8 ກຸມພາ ຜ່ານມາວ່າ ປະເທດອາຣັບບີ ຊາອຸດິດ ໄດ້ຢຸດການນຳເຂົ້າສັດປີກຈາກປະເທດອິນເດຍ ຊົ່ວຄາວ ເຊັ່ນ: ສັດປີກທີ່ຍັງມີຊີວິດ, ສັດປີກທີ່ຄົວສຳເລັດແລ້ວ, ໄຂ່ໄກ່ ແລະ ລູກໄກ່ ເນື່ອງຈາກວ່າມີການແຜ່ລະບາດໄຂ້ຫວັດສັດປີກຢູ່ໃນປະເທດອິນເດຍ ຢ່າງຮ້າຍແຮງ.

ສຳນັກຂ່າວເອດພີເອຂອງທາງການ ອາຣັບບີ ຊາອຸດິດ ໄດ້ອອກຄຳສັ່ງຫ້າມນຳເຂົ້າສັດປີກຈາກປະເທດອິນເດຍ ໂດຍອີງຕາມການແຈ້ງການຂອງອົງການປ້ອງກັນການແຜ່ລະບາດພະຍາດໃນສັດລະຫວ່າງປະເທດ World Organisation for Animal Health (OIE) ໃນນະຄອນຫຼວງປາຣີ ປະເທດຝຣັ່ງ, ເຊິ່ງອົງການດັ່ງກ່າວ ໄດ້ອອກແຈ້ງເຕືອນໃນເດືອນມັງກອນ ຜ່ານມາ ວ່າ: ມີການກວດພົບພະຍາດໄຂ້ຫວັດສັດປີກແຜ່ລະບາດຢ່າງຮ້າຍແຮງໃນປະເທດອິນເດຍ ໃນໄລຍະ 2 ເດືອນຜ່ານມາ ຢູ່ບ້ານແຫ່ງໜຶ່ງໃນລັດເມືອງບັງກາລໍ ລັດກໍລະນາດກະ ຕັ້ງຢູ່ທາງພາກໃຕ້ຂອງອິນເດຍ ໂດຍມີສັດປີກຕາຍແລ້ວ 9.000 ໂຕ ແລະ ຖືກເຈົ້າໜ້າທີ່ຂ້າທຳລາຍຖິ້ມ 942 ໂຕແລ້ວ.