ສູນຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່ ເກົາຫຼີ (KCDC) ເປີດເຜີຍໃນວັນທີ 9 ກຸມພາ ທີ່ຜ່ານມາ ວ່າ: ຄະນະຜູ້ຈັດການແຂ່ງຂັນກິລາໂອລິມປິກລະດູໜາວ ຢັອງຊັງ ກຳລັງເລັ່ງຫາລືມາດຕະການຮັບມືກັບໄວຣັດໂນໂຣ ຫຼື ພະຍາດຫຼອດອາຫານ ທີ່ລະບາດຢູ່ໃນຕອນນີ້ ຫຼັງຈາກທີ່ພົບຜູ້ຕິດເຊື້ອຄົນໃໝ່ອີກ 42 ຄົນ.

KCDC ແຈ້ງວ່າ: ພົບຜູ້ຕິດເຊື້ອໄວຣັດໂນໂຣ ທີ່ເຮັດໃຫ້ມີອາການປວດຮາກ ແລະ ຖອກທ້ອງແລ້ວ 128 ຄົນ, ໂດຍໄດ້ເພີ່ມຂຶ້ນຢ່າງໄວຈາກ 32 ຄົນ ໃນວັນທີ 6 ກຸມພາຜ່ານມາ ແລະ 54 ຄົນ ໃນວັນທີ 7 ກຸມພາ ທີ່ຜ່ານມາແຕ່ ຍັງບໍ່ມີການຢືນຢັນວ່າມີນັກກິລາຕິດເຊື້ອພະຍາດນີ້. ຄະນະກຳມະການໂອລິມປິກສາກົນ (IOC) ກຳລັງຫາລືເລື່ອງມາດຕະການຮັບມືຢູ່, ສ່ວນທາງ KCDC ຈະປະກາດຜົນການຫາລື ແລະ ຄວາມຄືບໜ້າເລື່ອງຜູ້ຕິດເຊື້ອອີກຄັ້ງ. ຂະນະນີ້, ເຈົ້າໜ້າທີ່ສາທາລະນະສຸກກຳລັງກວດສອບສຸຂະອະນາໄມທີ່ຢູ່ອາໄສ ແລະ ບ່ອນຮັບປະທານອາຫານ ລວມທັງຄວາມສະອາດຂອງນໍ້າດື່ມ ແລະ ນໍ້າປະປາພາຍໃນສະຖານທີ່ຈັດການແຂ່ງຂັນ.

ໄວຣັດໂນໂຣ ໄດ້ລະບາດກ່ອນທີ່ພິທີເປີດຢັອງຊັງເກມ ຈະມີຂຶ້ນໃນເວລາ 20:00 ໂມງ ຂອງວັນທີ 9 ກຸມພາ ຕາມເວລາ ສ ເກົາຫຼີ; ພ້ອມນີ້, ໄດ້ມີການປ່ຽນຕົວເຈົ້າໜ້າທີ່ຮັກສາຄວາມປອດໄພ 1.200 ຄົນ ຫຼັງຈາກທີ່ພົບວ່າ ບາງຄົນຕິດເຊື້ອໄວຣັດໂນໂຣ ໂດຍໄດ້ກັກຕົວເຈົ້າໜ້າທີ່ຮັກສາຄວາມປອດໄພທັງໝົດ ເພື່ອກວດອາການ ແລະ ໃຫ້ທະຫານເຂົ້າມາເຮັດໜ້າທີ່ແທນ. ກ່ອນໜ້ານີ້, ໃນປີທີ່ຜ່ານມາກໍມີໄວຣັດໂນໂຣລະບາດໃນການແຂ່ງຂັນແລ່ນ-ລານຊີງແຊັມໂລກ ທີ່ນະຄອນຫຼວງລອນດອນ ຂອງອັງກິດ ເຮັດໃຫ້ນັກກິລາແລ່ນ-ລານຫຼາຍປະເທດຕ້ອງຍົກເລີກການແຂ່ງຂັນ.