ທ້າຍອາທິດຜ່ານມາ, ຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ປະຈໍາດ່ານສາກົນບໍເຕ່ນ ແຂວງຫຼວງນໍ້າທາ ໄດ້ກວດກາລົດແຈ້ງ ອອກດ່ານລາວ ພົບເຫັນວັດຖຸສີ ເຫຼືອງຄ້າຍຄືຄໍາ ຈໍານວນ 86 ກ້ອນ, ພຣະພຸດທະຮູບຄ້າຍຄືທອງເຫຼືອງ 6 ອົງ, ທີ່ບໍ່ມີເອກະສານອ້າງອີງທີ່ກຽມເຄື່ອນຍ້າຍອອກຕ່າງປະເທດ ຈຶ່ງກັກຕົວເຈົ້າຂອງ ແລະ ເຄື່ອງຂອງກາງໄວ້ສອບສວນຫາທີ່ໄປທີ່ມາຂອງເຄື່ອງດັ່ງກ່າວ.

ພັຕ ອູໄລ ໄຊປັນຍາ ຮອງຫົວໜ້າດ່ານ ຕມ ສາກົນບໍເຕ່ນ ໃຫ້ຮູ້ວ່າ: ວັນທີ 3 ມັງກອນ 2018 ເຈົ້າໜ້າທີ່ປະຈໍາດ່ານ ຕມ ສາກົນ ບໍເຕ່ນແດນງາມ ໄດ້ກວດກາລົດໝາຍເລກທະບຽນ B7380 K ກຽມຈະແຈ້ງອອກດ່ານລາວ; ໃນນັ້ນ, ໄດ້ພົບເຫັນວັດຖຸສີເຫຼືອງຄ້າຍ ຄືຄຳຈຳນວນ 86 ກ້ອນ, ພຣະພຸດທະຮູບຄ້າຍຄືທອງເຫຼືອງ 6 ອົງ ທີ່ບໍ່ມີເອກະສານອ້າງອີງທີ່ມາ ຈຶ່ງໄດ້ກັກຕົວ ທ້າວ ລີວຫາຍບີງ ອາຍຸ 47 ປີ ສັນຊາດຈີນ ຢູ່ບ້ານລຸຍຈິນ, ເມືອງລຸຍຈິນ, ແຂວງຈຽງຊີ ສປປ ຈີນ.

ຜ່ານການສອບສວນໃນເບື້ອງຕົ້ນ ທ້າວ ລີວຫາຍບິງ ໄດ້ຮັບສາລະພາບວ່າ: ວັດຖຸຈໍານວນດັ່ງກ່າວໄດ້ຮັບນໍາ ທ້າວ ຢາງເຕິ ພິງ ຢູ່ແຂວງຈຽງຊີ ແລ້ວຈະມາສົ່ງໃຫ້ ທ້າວ ຈົງໂກຫົງ ຢູ່ຄຸຍມີງ ແຕ່ບໍ່ທັນໄດ້ສົ່ງກໍເລີຍນຳເຂົ້າມາ ສປປ ລາວ. ປັດຈຸບັນ, ຄະດີດັ່ງກ່າວນີ້ໄດ້ສົ່ງໃຫ້ພະແນກຕໍາຫຼວດເສດຖະກິດ ປກສ ແຂວງ ສືບຕໍ່ດຳເນີນການສືບສວນ-ສອບສວນໄປຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.