ຄະນະບັນນາທິການຂ່າວສານ ປກສ ແລະ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ (20 ມັງກອນ 1949-20 ມັງກອນ 2018 ) ໃນອາທິດທີ່ຜ່ານມາ, ໃຫ້ກຽດມາປາຖະກາຖາ ໂດຍ ພັອ ສີພັນດອນ ຫວ່າງບົວຊົງ ຫົວ ໜ້າຄະນະບັນນາທິການຂ່າວສານ ປກສ ມີບັນດາຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທັງ 2 ກົມເຂົ້າຮ່ວມ.

ພັອ ສີພັນດອນ ຫວ່າງບົວ ຊົງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ໃນແຕ່ລະໄລຍະ. ກອງທັບປະຊາຊົນລາວ ທີ່ໄດ້ຕັ້ງໜ້າເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໂດຍສະເພາະແມ່ນການທັບມ້າງກົນອຸບາຍ ແລະ ການເຄື່ອນໄຫວສ້າງຄວາມວຸ້ນວາຍຂອງບັນດາອິດທິກຳລັງປໍລະປັກປະຕິການ. ກອງທັບປະຊາຊົນລາວ ແມ່ນເລີ່ມມາຈາກກອງກຳລັງປະກອບອາວຸດຂອງປະຊາຊົນລາວບັນດາເຜົ່າ. ສະນັ້ນ, ທາດແທ້ຂອງກອງທັບປະຊາຊົນລາວ ແມ່ນກອງທັບຂອງປະຊາຊົນທີ່ຕໍ່ສູ້ ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນຳເອົາເອກະລາດ ອຳນາດອະທິປະ ໄຕມາໃຫ້ແກ່ປະຊາຊົນ. ເຊິ່ງສິ່ງ ເຫຼົ່ານີ້ ໄດ້ກາຍເປັນມູນເຊື້ອອັນສະຫງ່າອົງອາດຂອງກອງທັບ ແລະ ກຳລັງປະກອບອາວຸດຂອງປະຊາຊົນເຮົາຕະຫຼອດມາ.

ໃນໂອກາດດຽວກັນ, ພັທ ສົມພອນ ວົງສູດທິ ປະທານສະຫະພັນກຳມະບານ ກະຊວງ ປກສ ກໍໄດ້ປາຖະກະຖາວັນສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ຄົບ ຮອບ 62 ປີ ( 1 ກຸມພາ 1956-1 ກຸມພາ 2018 ) ເລີ່ມມາຈາກໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນແບບເກົ່າ ແຕ່ປີ 1893-1894 ທີ່ກຳມະກອນລາວ ຖືກກົດຂີຂູດຮີດແຮງງານຢ່າງໜັກໜ່ວງໃຊ້ແຮງງານ 14-16 ຊົ່ວໂມງຕໍ່ມື້ ອັນສ້າງຄວາມເຈັບແສບ ແລະ ຄຽດແຄ້ນທີ່ສຸດສຳລັບແຮງງານທຸກຄົນຈົນເຮັດໃຫ້ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວລຸກຂຶ້ນຕໍ່ສູ້ຢ່າງອົງ ອາດກ້າຫານແຕ່ບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນຳພາ; ມາເຖິງ ປີ 1955 ພາຍຫຼັງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ໃນວັນທີ 1 ກຸມພາ 1956 ຢູ່ທີ່ໝັ້ນແຂວງຫົວພັນ ໂດຍແມ່ນ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ ເພື່ອ ສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າມີຄວາມຕື່ນຕົວປະຕິວັດກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.