ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2017 ຂຶ້ນໃນວັນທີ 8 ກຸມພາ 2018 ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນ 1 ປີ ທີ່ຜ່ານມາ ແລະ ວາງທິດ ທາງແຜນການ ປະຈໍາປີ 2018 ໂດຍການເປັນປະທານຂອງ ພັອ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ, ມີຄະນະພັກ, ຄະນະກົມ, ຫົວໜ້າ-ຮອງພະແນກ ພ້ອມດ້ວຍພະນັກງານ-ນັກຮົບທົ່ວກົມສື່ສານເຂົ້າຮ່ວມ.

ພັທ ແສງປະເສີດ ສຸທໍາມະວົງ ຮອງຫົວໜ້າກົມສື່ສານ ກ່າວວ່າ: ໃນໄລຍະ 1 ປີ ຜ່ານມານີ້, ກົມສື່ສານໄດ້ປັບປຸງການຈັດຕັ້ງຂັ້ນຕ່າງໆ ເພື່ອໃຫ້ແທດເໝາະກັບໜ້າທີ່ການເມືອງໃນໄລຍະໃໝ່; ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ ແລະ ຮອບດ້ານ ເປັນຕົ້ນແມ່ນປ້ອງກັນກອງປະຊຸມ, ປ້ອງກັນແຂກ, ປ້ອງກັນວັນສໍາຄັນຕ່າງໆຂອງພັກຂອງຊາດ ເພື່ອຮັບປະກັນບໍ່ໃຫ້ມີເຫດການໃດໆເກີດຂຶ້ນ; ເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາພະນັກງານ-ນັກຮົບບໍ່ໃຫ້ມີຄວາມຫຍໍ້ທໍ້; ເພີ່ມທະວີການພົວພັນຮ່ວມມືກັບຫຼາຍປະ ເທດ ເພື່ອແນ່ໃສ່ປະຕິບັດນະໂຍບາຍເພີ່ມເພື່ອນມິດ-ຫຼຸດສັດຕູດ້ວຍການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຄື: ໄປເຮັດວຽກຢູ່ຕ່າງປະເທດ 10 ຄັ້ງ; ສໍາຫຼວດຈຸດຕິດຕັ້ງໂຄງການສື່ສານທັນສະໄໝ, ລະບົບປ້ອງກັນຕົວເມືອງຢູ່ບັນດາ ປກສ ແຂວງ ເມືອງ, ດ່ານສາກົນ ຈໍານວນ 150 ຈຸດ ໃນທົ່ວປະເທດສໍາເລັດໂດຍພື້ນຖານ; ໄດ້ປ່ຽນເຄື່ອງຈັກໃຫ້ບໍລິສັດລາວບໍລິການຄວາມປອດໄພ ຈໍານວນ 10 ຊຸດ; ເຂົ້າໂປແກັມຈັກໃຫ້ພາກສ່ວນກົມກອງອ້ອມຂ້າງກະຊວງ, ປກສ ນະຄອນຫຼວງ ແລະ ປກສ ແຂວງ ຈໍານວນ 51 ເຄື່ອງ ແລະ ຕິດຕັ້ງອຸປະກອນເຕັກນິກປ້ອງກັນໂຄງການທາງລົດໄຟລາວ-ຈີນ ຈໍານວນ 150 ເຄື່ອງ, ສ້ອມແປງເຄື່ອງວິທະຍຸສື່ສານໃຫ້ ປກສ ແຂວງ 18 ເຄື່ອງ, ແປງໝໍ້ແບ່ງ 14 ເຄື່ອງ; ຈ່າຍເຄື່ອງອອກສາງ 3 ຄັ້ງ; ຕິດຕາມສູນວິທະຍຸສອງທິດທາງໃຫ້ນໍາໃຊ້ເປັນປົກກະຕິ; ຕັ້ງໜ້າເສີມຂະຫຍາຍເປັນເສນາທິການຮອບດ້ານຊ່ວຍຄະນະພັກ-ຄະນະບັນຊາ, ເປັນໃຈກາງປະສານສົມທົບກັບບັນດາພະແນກອ້ອມຂ້າງກົມສື່ສານ ແລະ ຂະແໜງທີ່ກ່ຽວຂ້ອງໄດ້ດີພໍສົມຄວນ; ພ້ອມກັນນັ້ນ, ກໍໄດ້ມີຄວາມຮັບຜິດຊອບຕໍ່ໜ້າທີ່, ຍົກສູງນໍ້າໃຈບໍລິການດ້ານເອກະສານມີຄວາມ ວ່ອງໄວ ແລະ ຮັກສາຄວາມລັບໄດ້ຢ່າງເຂັ້ມງວດ, ສັງລວມເອກະສານຂາເຂົ້າກົມ 661 ສະບັບ, ເອກະສານຂາອອກກົມ 2112 ສະບັບ ແລະ ອັດເອກະສານ 14,502 ໃບ.

ທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ກະກຽມບຸກຄະລາກອນ, ພາຫະນະ, ເຄື່ອງຈັກ, ອຸປະກອນສື່ສານເຂົ້າຮ່ວມປ້ອງກັນງານຕ່າງໆ ທີ່ຂັ້ນເທິງຂັດຂຶ້ນໃຫ້ມີຄວາມຮັບປະກັນໄດ້ທາງດ້ານວຽກງານວິຊາສະເພາະ; ສືບຕໍ່ປັບປຸງນິຕິກໍາທີ່ພົວພັນເຖິງການຄຸ້ມຄອງ, ການນໍາໃຊ້ອຸປະກອນເຕັກນິກສື່ສານຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ຮັດກຸມ; ຮັບປະກັນການປະຈໍາການວິຊາສະເພາະຕະຫຼອດ 24 ຊົ່ວໂມງ, ຮັບ-ສົ່ງເອກະສານ ໃຫ້ວ່ອງໄວ, ປິດລັບ ແລະ ຮອດເຖິງປາຍທາງ.