ໃນວັນທີ 9 ກຸມພາ 2018 ວິທະຍາຄານປ້ອງກັນຄວາມສະຫງົບ ແຫ່ງຊາດ (ວປສ) ແລະ ກົມ 204 ກົມໃຫຍ່ສັນຕິບານ ໄດ້ເຊັນບົດບັນທຶກຊ່ວຍຈໍາ ເພື່ອຮ່ວມມືກັນສ້າງຫຼັກສູດການຮຽນ-ການສອນວິຊາສືບສວນ-ສອບສວນ ເພື່ອເປັນບ່ອນອີງໃນການບໍາລຸງ-ກໍ່ສ້າງກໍາລັງໃຫ້ມີຄວາມຮູ້ຄວາມສາມາດໄດ້ທັງປະລິມານ ແລະ ຄຸນນະພາບຮ່ວມລົງນາມ ໂດຍ ພັທ ບຸນປະດິດ ວົງພູທອນ ຫົວໜ້າຄະນະວິຊາສືບສວນ-ສອບສວນ ແລະ ພັອ ພູວຽງ ສອນສະແຫວງ ຫົວໜ້າກົມ 204 ເຂົ້າຮ່ວມເປັນສັກຂີພິຍານ ໂດຍ ພົຈວ ປອ. ວັນເຮືອງ ນັນທະຈັກ ອໍານວຍການ ວປສ ແຫ່ງຊາດ, ມີພະນັກງານທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ, ທັງສອງຝ່າຍໄດ້ມີຄວາມເປັນເອກະພາບຕົກລົງຮ່ວມມືກັນຄື: ຝ່າຍຄະນະວິຊາສືບສວນ-ສອບສວນ ວປສ ແຫ່ງຊາດ ຈະສືບຕໍ່ຄົ້ນຄວ້າ, ປັບປຸງ ແລະ ສ້າງຫຼັກສູດການຮຽນ-ການສອນທາງດ້ານທິດສະດີ, ຕໍາລາວິຊາສະເພາະສືບສວນ-ສອບສວນ ເພື່ອເປັນບ່ອນອີງໃຫ້ແກ່ການຂຶ້ນຫ້ອງສອນ, ຝຶກອົບຮົມ, ບໍາລຸງ ແລະ ກໍ່ສ້າງກໍາລັງສະໜອງໃຫ້ທົ່ວກົມ 204 ກົມໃຫຍ່ສັນຕິບານ; ໄດ້ເຊີນເອົາພະນັກງານວິຊາສະເພາະຜູ້ມີປະສົບການໃນວຽກງານສືບສວນ-ສອບສວນມາຂຶ້ນຫ້ອງສອນ ແລະ ລາຍງານຕົວຈິງ; ເຂົ້າຮ່ວມຄົ້ນຄວ້າວິທະຍາສາດ (ນິຕິກໍາຕ່າງໆ), ເກັບກໍາ, ທ້ອນໂຮມຂໍ້ມູນຄະດີທີ່ແກ້ໄຂໄດ້ສໍາເລັດ, ສໍານວນ-ສໍາເນົາ ແລະ ສ້າງເປັນບົດຕົວຢ່າງໃນການດໍາເນີນຄະດີ.

ສ່ວນກົມ 204 ກົມໃຫຍ່ ສັນຕິບານ ຈະສືບຕໍ່ສະໜອງບັນດາເອກະສານ, ສໍານວນ-ສໍາເນົາ ທີ່ດໍາເນີນແກ້ໄຂໄດ້ສໍາເລັດ ແລະ ລາຍງານຂໍ້ມູນທາງພຶດຕິກໍາຕົວຈິງ ພ້ອມທັງແນະນໍາການໃຊ້ອຸປະກອນເຕັກນິກເຂົ້າໃນວຽກງານຕົວຈິງ; ເຊີນເອົານັກວິທະຍາສາດ ຫຼື ຄູ-ອາຈານ ຄະນະວິຊາສືບສວນ-ສອບສວນ ວປສ ແຫ່ງຊາດ ມາຂຶ້ນຫ້ອງສອນທາງດ້ານທິດສະດີໃຫ້ແກ່ນັກສໍາມະນາກອນ ແລະ ອໍານວຍຄວາມສະດວກຮັບເອົາພະນັກງານ ຄູ-ອາຈານ ທີ່ສັງກັດຢູ່ຄະນະວິຊາສືບສວນ-ສອບສວນ ວປສ ແຫ່ງຊາດ ມາເຮັດໜ້າທີ່ວຽກງານວິຊາສະເພາະຢູ່ກົມ 204 ກົມໃຫຍ່ສັນຕິບານ.