ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີ ປະທານກວດກາພັກ ກະຊວງ ປກສ ໄດ້ມີທິດຊີ້ນຳໃຫ້ຄະນະກົມກວດກາ-ກວດການ ກະຊວງ ປກສ ຈົ່ງສຸມໃສ່ປະຕິບັດວຽກງານກວດກາຢ່າງເຂັ້ມງວດ ເພື່ອສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກໍາລັງ ປກສ ໂດຍບຸກທະລຸທາງດ້ານຈິນຕະນາການຢ່າງສຸດຂີດ ແລະ ປັບປຸງນິຕິກໍາທີ່ຕິດພັນກັບວຽກງານກວດກາ ພ້ອມທັງເຂັ້ມງວດໃນການຈັດຕັ້ງປະຕິບັດຕໍ່ຜູ້ທີ່ມີຜົນງານດີເດັ່ນ ແລະ ປະຕິບັດວິໄນຕໍ່ຜູ້ທີ່ກະທໍາຜິດ.

ທິດຊີ້ນໍາຂອງທ່ານປະທານ ກວດກາພັກ ກະຊວງ ປກສ ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມກອງປະຊຸມສະຫຼຸບປີ 2017 ແລະ ທິດທາງແຜນການ 2018 ຂອງກົມກວດກາ-ກວດການ ໃນຄັ້ງວັນທີ 9 ກຸມພານີ້ ໂດຍການເປັນປະທານຂອງ ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ; ໃນໂອກາດດັ່ງກ່າວທ່ານປະທານກວດກາພັກກະຊວງ ປກສ ໄດ້ເນັ້ນໃຫ້ຄະນະກົມກວດກາ-ກວດການ ສຸມໃສ່ປະຕິບັດວຽກງານກວດກາໃຫ້ໄດ້ຮັບໝາກຜົນສູງ ໂດຍສືບຕໍ່ບຸກທະລຸທາງດ້ານຈິນຕະນາການຢ່າງສຸດຂີດ ເພື່ອແກ້ໄຂແນວຄິດຄອງເດີມດ້ວຍການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວກໍາລັງ ປກສ ເຫັນໄດ້ຄວາມສໍາຄັນຂອງການເຮັດໜ້າທີ່ກວດກາ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງທີ່ເປັນອັນຕະລາຍຕໍ່ການສ້າງສາພັດທະ ນາປະເທດຊາດ; ປັບປຸງນິຕິກໍາທີ່ຈໍາເປັນຕິດພັນກັບວຽກງານກວດກາໃຫ້ເປັນລະບົບຄົບຊຸດກວ່າເກົ່າ ເພື່ອເປັນບ່ອນອີງທີ່ແໜ້ນໜາໃຫ້ການເຄື່ອນໄຫວເຮັດໜ້າທີ່ກວດກາໄດ້ຢ່າງກວ້າງຂວາງ ໃນນີ້ຕ້ອງເຂັ້ມງວດ, ເດັດຂາດຕໍ່ຜູ້ທີ່ມີຜົນງານ ຕ້ອງໄດ້ຮັບການຍ້ອງຍໍສັນລະເສີນໃຫ້ມີຄວາມກ້າວໜ້າຂຶ້ນໄປເລື້ອຍໆ, ຕໍ່ຜູ້ລະເມີດ ແລະ ກະທໍາຜິດຕໍ່ແນວທາງພັກ, ກົດໝາຍຂອງລັດມະຕິ, ຄໍາສັ່ງ, ລະບຽບການຂອງກະຊວງຕ້ອງໄດ້ປະຕິບັດວິໄນຕາມສະຖານຄວາມຜິດທີ່ກໍ່ຂຶ້ນ, ເດັດຂາດບໍ່ອະນຸຍາດໃຫ້ບຸກຄົນ, ກຸ່ມຄົນມີເງິນແລ້ວມີອໍານາດ ຫຼື ສ້າງອິດທິພົນໃນທາງທີ່ບໍ່ຖືກຕ້ອງ ແລະ ຢູ່ເໜືອກົດໝາຍ ເຮັດແນວນີ້ຈຶ່ງຈະເຮັດໃຫ້ການຈັດຕັ້ງມີຄວາມສະຫງົບ ທັງເປັນການສະກັດກັ້ນບໍ່ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບກະທຳຜິດ.

ໃນພິທີ, ພັອ ຄໍາຜາສິດ ບົງມູນທອງ ຮອງປະທານກວດກາພັກ ກະຊວງ ປກສ ຮອງຫົວໜ້າກົມກວດກາ-ກວດການ ຍົກໃຫ້ເຫັນຜົນງານໃນປີຜ່ານມາວ່າ: ຄະນະພັກ-ຄະນະກົມໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານກວດກາ-ກວດການຢ່າງຫ້າວຫັນ ແລະ ມີຜົນສໍາເລັດຕາມຄາດໝາຍສະແດງອອກຄື: ໄດ້ຮັບ ແລະ ຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີເບື້ອງຕົ້ນ ເພື່ອຂໍທິດຊີ້ນໍາຈາກຄະນະກົມກວດກາ ທັງໝົດ 62 ເລື່ອງ ໃນນີ້ມີຄໍາຮ້ອງທຸກ 41 ເລື່ອງ ແກ້ໄຂສໍາເລັດ 22 ເລື່ອງ, ສືບຕໍ່ຄົ້ນຄວ້າແກ້ໄຂ 19 ເລື່ອງ, ຄໍາສະເໜີ 11 ເລື່ອງ ແກ້ໄຂສໍາເລັດ 5 ເລື່ອງ, ສືບຕໍ່ຄົ້ນຄວ້າ 6 ເລື່ອງ ແລະ ບົດລາຍງານ 10 ເລື່ອງ ເຊິ່ງໄດ້ປະກອບເຂົ້າສໍານວນຄໍາຮ້ອງ-ຄໍາສະເໜີ ແລະ ໄດ້ແກ້ໄຂສໍາເລັດ.