ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການນໍາກໍາລັງເຂົ້າປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ປະຈໍາຢູ່ 5 ແຂວງ ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າອະນຸກໍາມະການປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ມີບັນດາຫົວໜ້າ-ຮອງກົມໃຫຍ່, ຫ້ອງວ່າການ, ກົມກອງ ແລະ ອະນຸກໍາມະການປ້ອງກັນເຂົ້າຮ່ວມ, ໃນຄັ້ງວັນທີ 9 ກຸມພາ 2018.

ພັທ ວິທອງ ພົມທະວີ ຮອງຫົວໜ້າກົມເສນາທິການຫ້ອງວ່າການ ກະຊວງ ປກສ ຫົວໜ້າກອງເສນາທິການຊ່ວຍວຽກປ້ອງກັນໄດ້ຜ່ານຮ່າງບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຄຳສັ່ງດັ່ງກ່າວຢູ່ 5 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ ແຕ່ວັນທີ 1 ກັນຍາ 2017 ຈົນເຖິງປັດຈຸບັນວ່າ: ພາຍຫຼັງທີ່ພັກ-ລັດຖະບານໄດ້ຊີ້ນໍາກະກຽມວຽກງານຮອບດ້ານຂອງແຕ່ລະອະນຸກໍາມະການ ເພື່ອຮັບໃຊ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ຫົວທີເຮັດໃຫ້ກໍາລັງ ປກສ ມີເວລາກະກຽມຄວາມພ້ອມເປັນຕົ້ນແມ່ນ: ໄດ້ຈັດຝຶກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ, ລົງປະ ສານສົມທົບກວດກາ ແລະ ແບ່ງຄວາມຮັບຜິດຊອບຈຸດປ້ອງກັນ ໃຫ້ກໍາລັງ ປກຊ-ປກສ, ມີການປຶກສາຫາລື ແລະ ວາງແຜນຮ່ວມກັນເປັນຢ່າງດີ, ຂຶ້ນແຜນປະກອບອາວຸດຍຸດໂທປະກອນຮັບໃຊ້ວຽກງານປ້ອງກັນຢ່າງເໝາະສົມ ແລະ ທັນການ; ພະນັກງານ-ນັກຮົບແຕ່ລະສະຫາຍເຫັນໄດ້ຄວາມໝາຍສໍາຄັນຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີບົດຮຽນປະສົບການ ແລະ ກຽມພ້ອມປະຕິບັດທຸກມະຕິຄໍາສັ່ງຂອງ ຂັ້ນເທິງ ໂດຍສະເພາະການເຂົ້າປ້ອງກັນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ 5 ແຂວງ.

ຜ່ານການລົງຕິດຕາມກໍາລັງປ້ອງກັນຢູ່ 5 ແຂວງ ຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຫັນວ່າ: ສະພາບໂດຍລວມກໍາລັງ ປກຊ-ປກສ ໄດ້ເອົາໃຈໃສ່ປ້ອງກັນເວນຍາມຢ່າງເຂັ້ມງວດ, ເປັນໄປຕາມແຜນການ, ຕາມຫຼັກການຂອງການເຄື່ອນທັບ ແລະ ມີຜົນສໍາເລັດຕາມຄາດໝາຍ.