ພາຍຫຼັງຫາງສຽງຂອງສັງຄົມ ໃຫ້ຄວາມສົນໃຈ ແລະ ສົ່ງຂ່າວ ຕໍ່ການນໍາໃຊ້ສຽງຫວໍລົດກູ້ໄພ ແລະ ລົດຂອງພາກ ສ່ວນຕ່າງໆ, ບຸກຄົນ ແລະ ນິຕິບຸກຄົ ທີ່ນໍາໃຊ້ແສງ, ສີ, ສຽງຫວໍ ແລະ ຕິດຕັ້ງໄຟສັນຍານເຕືອນເທິງຫຼັງຄາລົດ ຍັງ ບໍ່ຖືກຕ້ອງ ແລະ ບໍ່ເປັນເອກະພາບຢູ່ໃນ ສປປ ລາວ ໃນປັດຈຸບັນ; ດັ່ງນັ້ນ, ນາຍົກລັດຖະມົນຕີ ຈຶ່ງອອກຂໍ້ຕົກລົງ ວ່າດ້ວຍການກໍານົດ ແສງ, ສີ, ສຽງຫວໍ ໄຟສັນຍານເຕືອນເທິງຫຼັງຄາລົດທີ່ມີອະພິສິດ ໃນ ສປປ ລາວ ພ້ອມທັງສັ່ງ ຫ້າມລົດທີ່ມີອະພິສິດທຸກພາກສ່ວນ ນໍາໃຊ້ສຽງຫວໍ ເລີ່ມແຕ່ເວລາ 18:00-6:00 ໂມງ ຢ່າງເດັດຂາດ.

ກອງປະຊຸມເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 44/ນຍ ວ່າດ້ວຍການກໍານົດ ແສງ, ສີ, ສຽງຫວໍ ໄຟສັນຍານເຕືອນ ເທິງຫຼັງຄາລົດທີ່ມີອະພິສິດ ໃນ ສປປ ລາວ ໃນວັນທີ 8 ກຸມພາ 2018 ໃຫ້ກຽດເຂົ້າຮ່ວມໂດຍ ພົຈວ ປອ ທອງສະ ຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດກະຊວງ ປກສ ພ້ອມດ້ວຍບັນດາຕາງໜ້າກະຊວງ ສາທາລະນະສຸກ, ກູ້ໄພ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ; ໃນພິທີ, ພັທ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ໄດ້ ຂຶ້ນເຜີຍແຜ່ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 44/ນຍ ໂດຍຍົກໃຫ້ຮູ້ເຖິງການກໍານົດຫຼັກການ, ລະ ບຽບການກ່ຽວກັບການກໍານົດແສງ, ສີ, ສຽງຫວໍ, ໄຟສັນຍານເຕືອນເທິງຫຼັງຄາລົດມີອະພິສິດ ໃນ ສປປ ລາວ ໃຫ້ປະ ຕິບັດຕາມຫຼັກການດັ່ງນີ້; ສໍາລັບລົດຈະລາຈອນເປີດທາງໃຫ້ຂະບວນການນໍາພັກ-ລັດ ແລະ ແຂກຕ່າງປະເທດ ແມ່ນໃຫ້ຕິດຕັ້ງໄຟສີຟ້າ ແລະ ສີແດງເທິງຫຼັງຄາລົດ ມີສຽງຫວໍ ( Wail ) ເປັນບູລິມະສິດທີ 1; ສໍາລັບລົດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແມ່ນໃຫ້ຕິດຕັ້ງໄຟສີແດງເທິງຫຼັງຄາລົດ ແລະ ມີສຽງຫວໍ ( YEIP ) ເປັນບູລິມະສິດທີ 2; ສໍາລັບລົດມອດໄຟ ແມ່ນໃຫ້ຕິດຕັ້ງໄຟສີແດງ ເທິງຫຼັງຄາລົດ ແລະ ມີສຽງຫວໍ ( Wail ) ເປັນບູລິມະສິດທີ 2; ສໍາລັບລົດໂຮງໝໍ, ລົດກູ້ໄພ ແລະ ລົດອົງການສາກົນ ເພື່ອຄົນພິການ ປະຈໍາລາວ ແມ່ນໃຫ້ຕິດຕັ້ງໄຟສີຟ້າ ເທິງຫຼັງ ຄາລົດ ແລະ ມີສຽງຫວໍ ( Hi-Lo ) ເປັນບູລິມະສິດທີ 3; ລົດຝ່າຍປະຕິບັດການໄຟຟ້າ ແມ່ນໃຫ້ຕິດຕັ້ງໄຟສີເຫຼືອງ ເທິງຫຼັງຄາລົດ ແລະ ມີສຽງຫວໍ ( YEIP ) ເປັນບູລິມະສິດທີ 4; ສ່ວນລົດຂອງກົມລ້ຽງສັດ ແລະ ການປະມົງ, ລົດ ນໍາໜ້າຂະບວນລົດຂົນສົ່ງສິນຄ້າ ແລະ ລົດອານາໄມເທດສະບານ ແມ່ນໃຫ້ຕິດໄຟສີເຫຼືອງ ເທິງຫຼັງຄາລົດ ແລະ ໃຫ້ໃຊ້ສຽງແກລົດ ( ບໍ່ອະນຸຍາດໃຫ້ນໍາໃຊ້ສຽງຫວໍ ); ສະເພາະລົດແຕ່ລະພາກສ່ວນທີ່ມີອະພິສິດນໍາໃຊ້ແສງ, ສີ, ສຽງຫວໍ ນັ້ນແມ່ນບໍ່ອະນຸຍາດໃຫ້ນໍາໃຊ້ສຽງຫວໍເລີ່ມແຕ່ເວລາ 18:00-6:00 ໂມງ ຢ່າງເດັດຂາດ.

ພົຈວ ປອ ທອງສະຫວັນ ວົງສະຫວັດ ກ່າວຕື່ມວ່າ: ໃນນາມກົມໃຫຍ່ຕໍາຫຼວດ ທີ່ມີສິດ, ໜ້າທີ່ຄຸ້ມຄອງ, ກວດກາ ການຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນໃນການນໍາໃຊ້ແສງ, ສີ, ສຽງຫວໍ, ໄຟສັນຍານເຕືອນເທິງຫຼັງຄາລົດ ຮຽກ ຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງປະຕິບັດຕາມຂໍຕົກລົງຂອງນາຍົກລັດຖະມົນຕີວາງອອກຢ່າງເຂັ້ມງວດ ເພື່ອສາມາດຈໍາແນກໄດ້ວ່າລົດດັ່ງກ່າວເປັນຂອງພາກສ່ວນໄດ; ນອກຈາກນີ້, ຍາກໃຫ້ ລົດໂຮງໝໍ, ລົດກູໄພ ແລະ ພາກສ່ວນອື່ນໆປະຕິບັດຢ່າງເຂັ້ມງວດກ່ຽວກັບການຫ້າມນໍາໃຊ້ສຽງຫວໍໃນເວລາ 18:00-6:00 ໂມງ, ຖ້າວ່າພາກ ສ່ວນໄດຫາກຝ່າຝືນຈະຖືກກ່າວເຕືອນ ຫຼື ປະຕິບັດຕາມລະບຽບທີ່ວາງອອກ.