ໃນວັນທີ 8 ກຸມພາ ຜ່ານມາ, ຮ້ານຄໍາພູວົງ ຖະແຫຼ່ງຂ່າວຈັບສະຫຼາກລຸ້ນໂຊກຮັບຄໍາ ໜັກ 35 ບາດ ເພື່ອເປັນການຄືນກໍາໄລໃຫ້ແກ່ລູກຄ້າ ເຊິ່ງໄດ້ຈັດພິທີຕໍ່ກັນມາເປັນປີທີ 3 ພາຍໃຕ້ໂຄງການລຸ້ນໂຊກຫຼົ່ນທັບຮັບຄໍາ ໂດຍມີສື່ມວນຊົນຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຈັນທະວົງ ພະມີສິດ ອໍານວຍການຝ່າຍການຕະຫຼາດຮ້ານຄໍາພູວົງ ຖະແຫຼ່ງຂ່າວຕໍ່ສື່ມວນຊົນວ່າ: ການຈັດງານຈັບສະຫຼາກລຸ້ນໂຊກຮັບຄໍາແມ່ນໄດ້ຈັດເປັນປີທີ 3 ແລ້ວ ແລະ ມາປີ 2018 ນີ້ ກໍເປັນອີກປີໜຶ່ງໃນການສືບຕໍ່ໂຄງການລຸ້ນໂຊກຫຼົ່ນທັບຮັບຄໍາ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ມາຊື້ຄໍາ; ສະເພາະ ໃນປີ 2018 ນີ້ ພຽງແຕ່ທ່ານລູກຄ້າຂອງຮ້ານຄໍາພູວົງຊື້ຄໍາ 2 ສະຫຼຶງ ຈະໄດ້ຮັບບັດຊິງໂຊກ 1 ໃບ ແລະ ຊື້ຄໍາ 1 ບາດ ຈະໄດ້ຮັບບັດຊິງໂຊກ 2 ໃບ ໃນການລຸ້ນໂຊກມີທັງໝົດ 4 ຊັ້ນ ຄື: ໂຊກຊັ້ນທີ 1 ຈະໄດ້ຮັບຂອງສົມມະນາບຸນຄຸນເຊັ່ນ: ຈອກແກ້ວ, ເສື້ອຍຶດ, ຄັນຫົ່ມ, ເສື້ອກັນລົມ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆອີກ; ໂຊກຊັ້ນທີ 2 ຊື້ຄໍາຄົບ 2 ສະຫຼຶງ ຈະມີສິດລຸ້ນໂຊກປະຈໍາເດືອນ ຄື: ລາງວັນທີ 1 ຄໍາໜັກ 1 ບາດ ມີ 1 ລາງວັນ, ລາງວັນທີ 2 ຄໍາໜັກ 1 ສະຫຼຶງ ມີ 3 ລາງວັນ; ໂຊກຊັ້ນທີ 3 ລາງວັນໃຫຍ່ກາງປີ ຄໍາໜັກ 1 ບາດມີ 1 ລວງວັນ ແລະ ຄໍາໜັກ 1 ສະຫຼຶງ ມີ 3 ລາງວັນ ແລະ ໂຊກຊັ້ນທີ 4 ບັດຊິງໂຊກທຸກໆໃບຈະຖືກສະສົມໄປຊິງໂຊກທ້າຍປີ ເປັນຊຸດຄໍາໜັກ 35 ບາດ ແລະ ລາງວັນອື່ນໆອີກຫຼາຍຢ່າງ.

ໃນພິທີ, ທ່ານໄດ້ກ່າວຕື່ມອີກວ່າ: ໂຄງການຈັບສະຫຼາກນີ້ຈະໄດ້ເຮັດຕະຫຼອດປີ 2018 ນີ້, ໂດຍພຽງແຕ່ທ່ານລູກຄ້າຊື້ຄໍາຢູ່ຮ້ານຄໍາພູວົງ ຫຼື ຢູ່ຕາມສາຂາຂອງຮ້ານພວກເຮົາຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ແມ່ນຈະໄດ້ຮັບໃບຊິງໂຊກຈາກຮ້ານທັນທີ ເພື່ອລຸ້ນໂຊກຮັບຄໍາຕະຫຼອດປີ 2018. ນອກຈາກນີ້, ໃນຕໍ່ໜ້າຮ້ານຄໍາພູວົງ ຈະສືບຕໍ່ຂະຫຍາຍໄປແຂວງຕ່າງໆ ເພື່ອຈະຕອບສະໜອງຕາມຄວາມຕ້ອງການຂອງລູກຄ້າ ແລະ ໃຫ້ລູກຄ້າໄດ້ຮັບລຸ້ນໂຊກນໍາກັນໄດ້ຂຶ້ນຫຼາຍກວ່າເກົ່າ.