ທ່ານ ຊາງເຕີ້ເຜິງ ໂຄສົກຄະນະກຳ ມະການຄຸ້ມຄອງຕະຫຼາດຫຼັກຊັບຈີນ ( CSRC ) ເປີດເຜີຍໃນວັນທີ 12 ກຸມພາ ທີ່ຜ່ານມາ ວ່າ: ລັດຖະບານຈີນ ຈະເປີດຕະຫຼາດຊື້-ຂາຍສັນຍາລ່ວງໜ້ານ້ຳມັນດິບ (Oil Futures) ໃນວັນທີ 26 ມີນາ ເຊິ່ງຖືເປັນການເປີດຕະຫຼາດຟິວເຈີນ້ຳມັນດິບຄັ້ງທຳອິດໃນອາຊີ ແລະ ອາດເປັນການປ່ຽນແປງຂອງນ້ຳມັນ ໂລກ ຄັ້ງໃຫຍ່ໃນຕະຫຼາດຊື້-ຂາຍສິນຄ້າທີ່ໃຫຍ່ທີ່ສຸດໃນໂລກແຫ່ງນີ້.

ສຳນັກຂ່າວຕ່າງປະເທດລາຍງານ ວ່າ:  ການເປີດຕະຫຼາດຟິວເຈີນ້ຳມັນທີ່ ກຳນົດລາຄາເປັນເງິນຢວນນັ້ນເປັນໂຄງ ການທີ່ຈີນວາງແຜນມາຫຼາຍປີແລ້ວ ແຕ່ກໍຕ້ອງຖືກເລື່ອນຫຼາຍຄັ້ງເນື່ອງຈາກຄວາມບໍ່ແນ່ນອນຂອງຕະຫຼາດທຶນ; ຂະນະທີ່ລັດຖະບານ ສປ ຈີນ ມີເປົ້າໝາຍໃຫ້ຈີນ ທີ່ເປັນປະເທດຜູ້ນຳເຂົ້ານ້ຳມັນລາຍໃຫຍ່ສຸດອັນດັບ 1 ຂອງໂລກມີ ສ່ວນໃນການກຳນົດລາຄານ້ຳມັນດິບທີ່ຈຳໜ່າຍໃນຕະຫຼາດອາຊີ  ແລະ ສະທ້ອນເງື່ອນໄຂຂອງຕະຫຼາດໃນອາຊີໃຫ້ ຫຼາຍຂຶ້ນກວ່າເກົ່າ.

ລາຍງານເປີດເຜີຍວ່າ: ຕະຫຼາດຊື້-ຂາຍພະລັງງານລະຫວ່າງປະເທດຊຽງໄຮ້ ( INC ) ເຊິ່ງເປັນສ່ວນໜຶ່ງພາຍ ໃຕ້ຕະຫຼາດຊື້-ຂາຍສັນຍາລ່ວງໜ້າຊຽງໄຮ້ ຄາດຄະເນວ່າຈະເປັນຜູ້ດຳເນີນການ ຫຼັກຂອງການເປີດຊື້-ຂາຍສັນຍາ ລ່ວງໜ້ານ້ຳມັນໃນຄັ້ງນີ້ ພາຍຫຼັງໄດ້ຮັບການອະນຸມັດແຜນຈາກຄະນະລັດຖະມົນຕີ ສປ ຈີນ ເຊິ່ງຈະມີການປ່ອຍຫຸ້ນ ຟິວເຈີ ມູນຄ່ານັບລ້ານໆໂດລາສະຫະລັດໃນແຕ່ລະປີ.

ນັກວິເຄາະຫຼາຍຄົນຄາດຄະເນວ່າ: ຄວາມສຳເລັດຂອງຕະຫຼາດຟິວເຈີນ້ຳ ມັນໃນອາຊີທີ່ຕັ້ງລາຄາເປັນເງິນຢວນນັ້ນ   ຂຶ້ນຢູ່ກັບວ່າລັດຖະບານຈີນຈະຄຸ້ມຄອງຕະຫຼາດນີ້ແບບໃດ ເຊິ່ງການມີກົດລະບຽບທີ່ເຂັ້ມງວດຫຼາຍເກີນໄປອາດເປັນ ອຸປະສັກຕໍ່ປະລິມານການລົງທຶນຈາກຕ່າງຊາດ ແລະ ຄາດວ່າຍັງຕ້ອງໃຊ້ເວລາອີກຫຼາຍປີກວ່າທີ່ເງິນຢວນຈະຂຶ້ນມາ ມີບົດບາດໃນການຄ້ານ້ຳມັນ (ປິໂຕຣ ຢວນ) ໄດ້ໃກ້ຄຽງກັບໂດລາ ( ປີໂຕຣ ໂດລາ ) ທີ່ຜູກຂາດການຊື້-ຂາຍນ້ຳມັນ ດິບທົ່ວໂລກໃນປັດຈຸບັນ.